ຂໍ້ລິເລີມລວມ ຫວຽດນາມ - ຍີ່ປຸ່ນ ຊ່ວຍໃຫ້ສະພາບການລົງທຶນກະຈ່າງແຈ້ງ ແລະ ສະດວກສະບາຍ

ຂໍ້ລິເລີມລວມ ຫວຽດນາມ - ຍີ່ປຸ່ນ ຊ່ວຍໃຫ້ສະພາບການລົງທຶນກະຈ່າງແຈ້ງ ແລະ ສະດວກສະບາຍ - ảnh 1
(ພາບປະກອບ)

(vovworld) -     ​ແຜນການ​ເຄື່ອນ​ໄຫວ​ໄລຍະ​ທີ 4 ຂອງ ຂໍ້ລິ​ເລີມ​ລວມຫວຽດນາມ - ຍີ່ປຸ່ນ ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ ​ແລະ ຖືກຕາມ​ລະ​ດັບ 58/70 ກິດຈະກຳ​ຍ່ອຍ ​ແມ່ນ​ບັນດາ​ສິ່ງ​ຄ້າງ​ຄາ​ເກີດ​ຂຶ້ນ​ໃໝ່​ໃນ​ວິວັດ​​ແຫ່ງ​ການ​ລົງທຶນ ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​​ແລະ ດຳ​ເນີນ​ທຸລະ​ກິດທີ່ສະດວກ​ສະບາຍ, ກະຈ່າງ​ແຈ້ງ ​ຢູ່​ຫວຽດນາມ. ນີ້​ແມ່ນ​ໝາກຜົນ​ຂອງ​ການ​ຕີ​ລາຄາ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ຢູ່​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄະນະ​ກຳມະການ​ຕີ​ລາຄາ ​ແລະ ສົ່ງ​ເສີມ​ຂໍ້​ລິ​ເລີ​ມລວມຫວຽດນາມ - ຍີ​່ປຸ່ນ ​ໂດ​ຍກະຊວງ​ແຜນ​ການ ​ແລະ ການ​ລົງ​ທຶນ, ສະຖານທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ​ແລະ ຄະນະ​ກຳມະການ​ເສດຖະກິດ​ຫວຽດນາມ - ຍີ່ປຸ່ນ ພ້ອມ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/11, ຢູ່​ທີ່​ຮ່າ​ໂນ້ຍ. ຕາມ​ທ່ານ Tanizaki Yasuaki, ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ຫວຽດນາມ​ແລ້ວ, ​ເພື່ອ​ສືບ​ຕໍ່​ຮັກສາ ​ແລະ ດຶງ​ດູດທຶນ FDI ​ເຂົ້າ​ຫວຽດນາມ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ສັນ​ນຳ​ກັນ​ສືບ​ຕໍ່ແກ້​ໄຂບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ລະບຽບ​ການ​ລົງທຶນ​, ສະພາບ​ແວດ​ລ້ອມ​ການ​ລົງທຶນ. ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ບຸຍ​ກວາງ​ວິ​ງ (Bùi Quang Vinh) ຢືນຢັນ​ວ່າ: ຂໍ້​ລິ​ເລີມ​ຫວຽດນາມ - ຍີ່ປຸ່ນ ​ໄດ້​ຜ່ານ​ໄລຍະ 10 ປີ​ແຫ່ງ​ການ​ປະຕິບັດ ( 4 ໄລຍະ ) ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ ປົວ​​ແປງ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ເສດຖະກິດ​ຢູ່​ຫວຽ​ດນາມ. ຫວຽດນາມ ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ຝ່າຍ​ຍີ່ປຸ່ນ ​ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ເຄື່​ອນ​ໄຫວ ​ໄລຍະທີ 5 ຢ່າງ​ແຮງ ​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2013 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ