ຂະ​ບວນ​ການ Hamas ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ມີ​ຄວາມ​ສາ​ມັກ​ຄີ​ກັນ​ຕ້ານ​ແຜນ​ການ​ຂອງອິ​ດ​ສະ​ລາ​ແອັນໂຮມ​ຝ​ັ່ງ ຕາ​ເວັນ​ຕົກ​

(VOVWORLD) - ວັນທີ 15 ມິຖຸນາ, ທ່ານ Salah al – Bardawil, ສະມາຊິກຂັ້ນສູງຂອງຂະບວນການອິດສະລາມ Hamas ຄຸ້ມຄອງເຂດ Gaza, ໄດ້ຂຶ້ນສຽງຮຽກຮ້ອງຄວາມສາມັກຄີກັນຂອງປະຊາຊົນປາແລັດສະຕິນໃນການຄັດຄ້ານແຜນການຂອງອິດສະລາແອັນໂຮມເຂດຝັ່ງຕາເວັນຕົກຢ່າງເດັດດ່ຽວ.
ຂະ​ບວນ​ການ Hamas ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ມີ​ຄວາມ​ສາ​ມັກ​ຄີ​ກັນ​ຕ້ານ​ແຜນ​ການ​ຂອງອິ​ດ​ສະ​ລາ​ແອັນໂຮມ​ຝ​ັ່ງ ຕາ​ເວັນ​ຕົກ​ - ảnh 1

ເຂດຕັ້ງຖີ່ນຖານຄົງທີ່ ຂອງອິດສະລາແອັນ ຢູ່ຝັ່ງຕາເວັນຕົກ ໃນວັນທີ 10 ມິຖຸນາ 2020

(ພາບ: AFP/TTXVN)

ທ່ານ Salah al – Bardawil ໄດ້ເນັ້ນໜັກວ່າ ຕ້ອງສະແດງການຄັດຄ້ານແຜນການໂຮມຝັ່ງຕາເວັນຕົກໃນທຸກໆຮູບແບບ, ແລະ ຫັນສິ່ງທ້າທາຍດັ່ງກ່າວກາຍເປັນກາລະໂອກາດເພື່ອນຳແຜນການສ້າງປະເທດເອກະລາດຂອງປາແລັດສະຕິນ ໄດ້ຮັບການປະຕິບັດຢ່າງຖືກທິດຄືນໃໝ່. ທ່ານ Bardawil ກໍ່ຮຽກຮ້ອງໃຫ້ດຳເນີນກອງປະຊຸມລະຫວ່າງ Hamas ແລະ ອົງການປົດປ່ອຍ ປາແລັດສະຕິນ (PLO).

ຕອບກັບ

ຂ່າວ/ບົດ​ອື່ນ