ຂະບວນການ Jihad ກ່າວເຕືອນໄພອັນຕະລາຍການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ ເຂດ ກາຊາ

(VOVWORLD) -ໄພອັນຕະລາຍອາດຈະເກີດການໃຊ້ຄວາມຮຸນແຮງປິນຂັ້ນໄດ ຖ້າຫາກ ອິດສະຣາແອັນ ບໍ່ປະຕິບັດຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ເມື່ອວັນທີ 6 ພຶດສະພາຜ່ານມາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas

        ວັນທີ 11 ພຶດສະພາ, ເຈົ້າໜ້າທີ່ຂັ້ນສູງຂອງຂະບວນການອິດສະລາມ Jihad ກ່າວເຕືອນວ່າ ໄພອັນຕະລາຍອາດຈະເກີດການໃຊ້ຄວາມຮຸນແຮງປິນຂັ້ນໄດ ຖ້າຫາກ ອິດສະຣາແອັນ ບໍ່ປະຕິບັດຂໍ້ຕົກລົງຢຸດຍິງ ທີ່ບັນລຸໄດ້ເມື່ອວັນທີ 6 ພຶດສະພາຜ່ານມາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas  ເຊິ່ງພວມຄວບຄຸມເຂດກາຊາ. ທ່ານ Kheded Al Batsh ຫົວໜ້າຂັ້ນສູງຂະບວນການ ອິດສະລາມ Jihad ໄດ້ຍົກອອກຄໍາກ່າວເຕືອນດັ່ງກ່າວ ເມື່ອເຕື້ອງເຖິງສະພາບຄວາມສະຫງົບຢູ່ພາກພື້ນ ຕາເວັນອອກກາງ ພວມຂາດຄວາມເປັນປົກກະຕິຮ້ອນເຮັ່ງໃນໄລຍະຜ່ານມາ. ທ່ານກໍຮຽກຮ້ອງໃຫ້ ອີຢິບ ເພີ່ມທະວີບົດບາດໃຫ້ຫຼາຍກວ່າອີກ ແລະ ເກ້ຍກ່ອມ ອິດສະຣາແອັນ ຕ້ອງປະຕິບັດພັນທະຂອງຕົນ.

        ໃນຂະນະນັ້ນ, ໂທລະພາບສາທາລະນະ Kan ໄດ້ຄັດສະເໜີແຈ້ງການຈາກຫ້ອງວ່າການຫົວໜ້າຂະບວນການ Hamas, ທ່ານ Ismail Haniyeh ໃຫ້ຮູ້ວ່າ ວັນທີ 10 ພຶດສະພາ,ທ່ານໄດ້ມີການພົບປະແລກປ່ຽນກັບທ່ານ Nickolay Mladenov ທູດພິເດ ສປຊ ຮັບຜິດຊອບກ່ຽວກັບສະພາບການຢູ່ຕາເວັນອອກກາງ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາປະຕິບັດຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas ເພື່ອແນໃສ່ສະກັດກັ້ນໄພອັນຕະລາຍອາດຈະເກີດການໃຊ້ຄວາມຮຸນແຮງຄັ້ງໃໝ່. ເຖິງຢ່າງໃດກໍຕາມ, ຝ່າຍ ອິດສະຣາແອັນ ພັດປະຕິເສດຄໍາຢັ້ງຢືນເຖິງບັນດາຂໍ້ຕົກລົງຢຸດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ