ຂະບວນການຢຶດ​ເອົາ Wall street

  ຕາມ​ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ອາ​ເມ​ລິ​ກາ​ແລ້ວ, ວັນ​ທີ 12/12, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່ຕອບ​ສະໜອງ​ຂະ​ບວນການ ຢຶດ​ເອົາ Wall street  ນັບ​ຮ້ອຍ​ໆ​ຄົນ ​ໄດ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ລຽບຕາມ​ຖະໜົນ ຢູ່​ນະຄອນ Oakland ​ແລະ ​ຖະ​ແຫຼ​ງວ່າ: ​ເຂົາ​ເຈົ້າ​ຕອບສະໜອງ​ຂະ​ບວນການ​ຢຶດ​ເອົາ ທ່າ​ກ່ຳ​ປັນ​ຂອງ ອາ​ເມ​ລິ​ກາ. ບັນດາ​ຜູ້​ທີ່​ຈັດ​ຕັ້ງ​ຂະ​ບວນການ​ນີ້​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ຈະ​ຢຶດ​ເອົາ ​ແລະ ປິດ​ປະຕູ​​ທ່າ​ກຳ່​ປັ່ນ Oakland, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ່າ​ກ່ຳ​ປັ່ນ​ທີ່ມີ​ຂອບ​ຂະໜາ​ດ​ໃຫຍ່ທີ່​ສຸດ​ຢູ່​ລັດ California  ​ແຫ່ງ  ສະຫະລັດອາ​ເມ​ລິ​ກາ. ຢູ່​ນະຄອນ​ຕ່າງໆ​ຄື: Los Angeles, Portland, San Diego ​ແລະ Seattle ກໍ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ