ຂະບວນການແຂ່ງຂັນຮັກຊາດນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ລັດ ແລະ ສັງຄົມ

(VOVWORLD) - ຜູ້ແທນຫຼາຍທ່ານໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃນຂະບວນການແຂ່ງຂັນຮັກຊາດ ແບ່ງປັນຄວາມເປັນກຽດ
ຂະບວນການແຂ່ງຂັນຮັກຊາດນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ລັດ ແລະ ສັງຄົມ - ảnh 1ຜູ້ແທນ 75 ທ່ານໄດ້ຮັບໃບຍ້ອງຍໍໃນປີ 2023
(ພາບ:Hải Nguyễn/laodong.vn)

ທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 11 ມິຖຸນາ, ຜູ້ແທນຫຼາຍທ່ານໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃນຂະບວນການແຂ່ງຂັນຮັກຊາດ ແບ່ງປັນຄວາມເປັນກຽດ ແລະ ນ້ຳໃຈສືບຕໍ່ກຽມພ້ອມແຂ່ງຂັນໃນການອອກແຮງງານ, ທຳການຜະລິດ, ປະກອບສ່ວນສ້າງສາປະເທດຊາດພັດທະນາກ່ວາອີກ.

        ໂດຍເປັນໜຶ່ງໃນຜູ້ແທນ 75 ທ່ານທີ່ໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃນຂະບວນການແຂ່ງຂັນຮັກຊາດ, ອ້າຍ ດັ້ງເຢືອງມິງຮວ່າງ, ຜູ້ອຳນວຍການ ນິຄົມກະເສດ ທຽນນົງບິ່ງເຟືອກ, ຜູ້ອຳນວຍການສະຫະພັນບໍລິການກະສິກຳດີຈີຕອນ ບິ່ງເຟືອກ, ແບ່ງປັນວ່າ: ການແຂ່ງຂັນຮັກຊາດຊ່ວຍໃຫ້ວິສາຫະກິດຂອງອ້າຍສ້າງເຄື່ອງໝາຍການຄ້າ, ເພື່ອພັດທະນາແບບຍືນຍົງ:

        “ຂ້າພະເຈົ້າຫວັງວ່າ ຂະບວນການແຂ່ງຂັນຄືແນວນີ້ຈະສືບຕໍ່ໄດ້ທະວີຄູນ ເພື່ອໃຫ້ພວກເຮົານັບມື້ນັບເຕົ້າໂຮມໄດ້ກຳລັງພູມປັນຍາ, ແບບຢ່າງດີເດັ່ນສືບຕໍ່ປະຈັນບານ ເພື່ອນຳປະເທດ ຫວຽດນາມ ຂອງພວກເຮົາ ພັດທະນາແບບຍືນຍົງ ໃນຂົງເຂດກະສິກຳ, ອຸດສາຫະກຳ ແລະ ມີບັນດາເຄື່ອງໝາຍການຄ້າລະດັບຊາດໄດ້ຍົກເປັນລະດັບສາກົນ”.

        ບັນດາຂະບວນການແຂ່ງຂັນຮັກຊາດໃນ 75 ປີຜ່ານມາ ໄດ້ສ້າງກຳລັງແຮງດ້ານວັດຖຸ ແລະ ຈິດໃຈອັນໃຫຍ່ຫຼວງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທົ່ວປະເທດ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງແຕ່ລະໄລຍະປະຕິວັດຂອງ ຫວຽດນາມ ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ