ຂະຫຍາຍວຽກງານສາທາລະນະສຸກເຂດທະເລ,ໝູ່ເກາະຫວຽດນາມຮອດປີ2020

ຂະຫຍາຍວຽກງານສາທາລະນະສຸກເຂດທະເລ,ໝູ່ເກາະຫວຽດນາມຮອດປີ2020 - ảnh 1
ກຳປັ່ນຂອງກຳລັງປ້ອງກັນຊາຍແດນເຂົ້າຮ່ວມການກູ້ຊີບບົນທະເລ
(ພາບ: chinhphu.vn)


(vovworld) - ວັນ​ທີ 3/3, ຢູ່ນະຄອນ ​ໂຮ່ຈີ​ມິນ, ກະຊວງ​ສາທາລະນະ​ສຸກ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ແຜນ​ຮ່າງ “ຂະຫຍາຍ​ວຽກ​ງານສາທາ​ລະນະ​ສຸກ​​ເຂດທະ​ເລ,​ໝູ່​ເກາະ​ຫວຽດນາມ​ຮອດ​ປີ 2020”, ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ແຜ​ນຮ່າງ​ໃນ​ປີ 2014. ​ແຜນ​ຮ່າງດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ​ຜ່ານຈາກ​ນາຍົກລັດຖະມົນຕີ​ໃນ​ວັນ​ທີ 7/2/2013 (​ເຊິ່ງ​ເອີ້ນ​ຫຍໍ້​ວ່າ ​ແຜນ​ຮ່າງ 317). ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະສິດທິ​ຜົນ​ແຜນ​ຮ່າງ 317, ​ໃນ​ປີ 2014, ບັນດາ​ກະຊວງ, ຂະ​​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງ​ໆ​ຢູ່​ແຄມ​ທະ​ເລ ຈະ​ສຸມ​ໃສ່​ຈັດ​ຕັ້ງ, ສ້າງ​ບັນດາ​​ໂຄງການ​ຍ່ອຍ. ກະຊວງ​ສາທາລະນະ​ສຸກ ​ໄດ້​ຊີ້ນ​ຳມະຫາວິທະຍາ​ໄລ​ການ​ຢາ ​ເຫ້ວ, ມະຫາວິທະຍາ​ໄລ​ການ​ຢາ ນະຄອນ ​ໂຮ່ຈີ​ມິນ ສ້າງ​ແຜນ​ຮ່າງ​ສ້າງ​ຕັ້ງ​ວິຊາ​ການ​ແພ​ດທະ​ເລ. ຄຽງ​ຄ້າງ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ​ຄວນ ​​ເປັນ​ເອກະ​ພາບກັນ​ສ້າງ​ຕັ້ງ​ໂຮງໝໍ​ແພ​ດປະສົມ 78 ຈາກ​​ກອງ​​ແພດ​ໝໍ 78 (ສັງ​ກັດ​ກອງ​ບັນຊາ​ການ​ທະຫານ​ເຮ​ືອ​ເຂດ 5), ສ້າງ​ແຜນຮ່າງ​ສ້າງ​ຕັ້ງ​ສູນ​ຝຶກ​ອົບຮົມ​ການ​ກູ້​ຊີບ​ບົນທະ​ເລ.

ຂ່າວ/ບົດ​ອື່ນ