ຂະ​ແໜງການ​ສຶກ​ສາ​ຕ້ອງ​ກາຍ​ເປັນ​ກຳລັງ​ໜູນ​ແກ່ນ​ສານ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ຕອນເຊົ້າວັນທີ 05 ກັນຍາ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງການສຶກສາຄົບຮອບ 80 ປີ ແລະ ໄຂສົກຮຽນໃໝ່ 2025 – 2026. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີ.
ຂະ​ແໜງການ​ສຶກ​ສາ​ຕ້ອງ​ກາຍ​ເປັນ​ກຳລັງ​ໜູນ​ແກ່ນ​ສານ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1 ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ພິທີດັ່ງກ່າວໄດ້ເຊື່ອມຕໍ່ກັບທຸກຮາກຖານການສຶກສາ, ບຳລຸງສ້າງໃນທົ່ວປະເທດ ດ້ວຍການເຂົ້າຮ່ວມຂອງ ຄູອາຈານປະມານ 1,6 ລ້ານຄົນ ແລະ ນັກຮຽນ, ນັກສຶກສາເກືອບ 26 ລ້ານຄົນ ຢູ່ໂຮງຮຽນ 52.000 ແຫ່ງໃນທົ່ວປະເທດ. ນີ້ແມ່ນຄັ້ງທຳອິດ ທີ່ບັນດາຮາກຖານການສຶກສາໃນທົ່ວປະເທດເຄົາລົບທຸງຊາດ, ຮ້ອງເພງຊາດພ້ອມກັນໃນພິທີໄຂສົກຮຽນໃໝ່. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

        “ທົ່ວພັກຕ້ອງມີການປ່ຽນແປງໃໝ່ຈິນຕະນາການສຳລັບການສຶກສາຢ່າງແຮງ, ບໍ່ຈັດວາງບັນດາມາດຖານເກົ່າສຳລັບພື້ນຖານການສຶກສາທັນສະໄໝ, ຫາກຕ້ອງມີການຊີ້ນຳຢ່າງໃກ້ຊິດ, ແທ້ຈິງ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ, ມີປະສິດທິຜົນ, ສະເໝີຕົ້ນສະເໝີປາຍກັບຫຼັກໝັ້ນ ຖືການສຶກສາເປັນລັດຖະນະໂຍບາຍແຖວໜ້າ. ຂະແໜງການສຶກສາຕ້ອງນຳໜ້າໃນການປ່ຽນແປງໃໝ່ຈິນຕະນາການ, ແບບວິທີການບໍລິຫານ, ສ້າງຖັນແຖວຄູອາຈານທັງມີພູມປັນຍາທັງມີຄຸນສົມບັດ ແລະ ມີຄວາມຄາດຫວັງອຸທິດສ່ວນ. ຄູອາຈານຕ້ອງເປັນແບບຢ່າງອັນໃສແຈ້ງ, ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ. ບັນດານັກຮຽນ, ນັກສຶກສາຕ້ອງຫຼໍ່ລ້ຽງເຈດຈຳນົງ, ຄວາມຄາດຫວັງອັນໃຫຍ່ຫຼວງ, ຮ່ຳຮຽນ ແລະ ຝຶກຝົນເພື່ອກາຍເປັນພົນລະເມືອງທົ່ວໂລກ, ເຊື່ອມໂຍງເຂົ້າກັບມາດຖານສາກົນເທື່ອລະກ້າວ ແຕ່ຍັງຄົງຮັກສາສີສັນຂອງຊາດ ຫວຽດນາມໄວ້.”

ຂະ​ແໜງການ​ສຶກ​ສາ​ຕ້ອງ​ກາຍ​ເປັນ​ກຳລັງ​ໜູນ​ແກ່ນ​ສານ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 2 ທ່ານເລຂາທິການໃຫຍ່ ໂຕເລິມ  ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ກະຊວງສຶກສາ (ພາບ: VOV)

        ເມື່ອຍົກອອກການກຳນົດທິດໃຫຍ່ຈຳນວນໜຶ່ງເພື່ອປະຕິບັດພາລະກິດປ່ຽນແປງໃໝ່ຂະແໜງການສຶກສາ ແລະ ບຳລຸງສ້າງໃນໄລຍະໃໝ່ຢ່າງມີໄຊ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂະແໜງການທຸກຂັ້ນ, ທ້ອງຖິ່ນຕ່າງໆ, ຄອບຄົວ ແລະ ປະຊາຊົນແຕ່ລະຄົນຈົ່ງຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງໃຫ້ແກ່ພາລະກິດສ້າງຄົນ, ອະນາຄົດຂອງພວກລູກຫຼານຂອງເຮົາ, ເພື່ອຄວາມວັດທະນາຖາວອນຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຂະແໜງການສຶກສາຂອງ ຫວຽດນາມ ຈະສືບຕໍ່ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ເກັບກ່ຽວໄດ້ຜົນງານອັນຍິ່ງໃຫຍ່ຫຼາຍຢ່າງ, ປະກອບສ່ວນຫັນຄວາມຄາດຫວັງສ້າງປະເທດ ຫວຽດນາມ ຮຸ່ງເຮືອງເຂັ້ມແຂງ, ສີວິໄລ ໃຫ້ປະກົດຜົນເປັນຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ