ຂະແໜງຍຸຕິທຳຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ

(VOVWORLD) -ໃນສະພາບການຄືໃນປະຈຸບັນ, ທົ່ວຂະແໜງຍຸຕິທຳຈະສືບຕໍ່ມານະພະຍາຍາມສ້າງກຳລັງແຮງສັງລວມ, ສ້າງກຳລັງໜູນຜ່ານຜ່າຄວາມຫຍຸ້ງຍາກໃຫ້ແກ່ພະນັກງານ

ຂະແໜງຍຸຕິທຳຕັ້ງໜ້າປະກອບສ່ວນເຂົ້າໃນວິວັດການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ - ảnh 1 ກອງປະຊຸມທາງອອນລາຍ “ຂະແໜງຍຸຕິທຳ 75 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ”

(ພາບ: moj.gov.vn)

ວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍ “ຂະແໜງຍຸຕິທຳ 75 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ຫງວຽນແທັງຕິ້ງ ຊີ້ແຈ້ງວ່າ, ໃນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂະແໜງຍຸຕິທຳ, ມາຮອດປະຈຸບັນ, ຂະແໜງຍຸຕິທຳໄດ້ມີການພັດທະນາຢ່າງໝັ້ນຄົງເຂັ້ມແຂງແທດຈິງ, ຢືນຢັນທີ່ຕັ້ງ, ບົດບາດທີ່ບໍ່ອາດຈາດໄດ້ຕໍ່ພາລະກິດລວມຂອງປະເທດຊາດ, ໂດຍສະເພາະແມ່ນໃນວິວັດທະນາການພັດທະນາຂອງລະບົບຍຸຕິທຳ ແລະ ກົດໝາຍ, ສ້າງລັດແຫ່ງອຳນາດນິຕິກົດໝາຍສັງຄົມນິຍົມ.

        ຕາມທ່ານຮອງລັດຖະມົນຕີ ຫງວຽນແທັງຕິ້ງ ແລ້ວ, ໃນສະພາບການຄືໃນປະຈຸບັນ, ທົ່ວຂະແໜງຍຸຕິທຳຈະສືບຕໍ່ມານະພະຍາຍາມສ້າງກຳລັງແຮງສັງລວມ, ສ້າງກຳລັງໜູນຜ່ານຜ່າຄວາມຫຍຸ້ງຍາກໃຫ້ແກ່ພະນັກງານ, ຜູ້ອອກແຮງງານ, ຈາກນັ້ນສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງ, ປະກອບສ່ວນໃຫ້ແກ່ການພັດທະນາລວມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ