ຂະແໜງທ່ອງທ່ຽວຫວຽດນາມ ແກ້ໄຂສິ່ງທີ່ຍັງ ຄົງຄ້າງເພື່ອ ການພັດທະນາ

ຂະແໜງທ່ອງທ່ຽວຫວຽດນາມ ແກ້ໄຂສິ່ງທີ່ຍັງ ຄົງຄ້າງເພື່ອ ການພັດທະນາ - ảnh 1

ຂະ​ແໜງ​ທ່ອງ​ທ່ຽວ​ຫວຽ​ດນາມ ມີ​ການ​ເຕີບ​ໂຕ​ສູງ

(ພາບ:.vtv.vn)​

( vovworld ) – ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ກໍ່​ຄື​ຂໍ້​ຕິດ​ຂັດ​ທີ່​ຍັງ​ຄົງ​ຄ້າງ​ໃນ​ວຽກ​ງານ​ພັດທະນາ​ການທ່ອງທ່ຽວ​ແຕ່​ນີ້​ຮອດ​ທ້າຍ​ປີ 2010 ມາ​ຮອດ​ປະຈຸ​ບັນ ​ໄດ້​ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມທົ່ວ​ປະ​ເທດ​ກ່ຽວ​ກັບ​ການທ່ອງ​ທຽວ​ຜ່ານ​ເຄື​ອຂ່າຍ​ອິນ​ເຕີ​ແນັດ ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 29/8. ຕາມ​ການ​ຕີ​ລາຄາ​ລວມ​ແລ້ວ, ​ໃນ​ຊຸມ​ປີຜ່ານມາ, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ແຮງ​ໃນ​ທຸກ​ດ້ານ. ບັນດາ​ເຫດການ​ທ່ອງທ່ຽວຂະໜາດ​ໃຫ່ຍ, ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ພາກ​ພື້ນ ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ຢູ່​ຫວຽດນາມ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ພິ​ເສດສະ​ເພາະ​ໄດ້​ຮັບ​ການ​ຂູດ​ຄົ້ນ, ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ມີ​ເອກະລັກສະ​ເພາະ​ວັດທະນະທຳ​ເຂດ​ພາກ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ເພື່ອ​ດຶງດູດ​​ແຂກ​ທ່ອງ​ທ່ຽວທັງພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໃນ 2 ປີ​ທີ່​ຜ່ານ​ມາ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທ​ດມາ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ສູງ​ຢ່າງ​ລຽນຕິດ, ພ້ອມ​ກັນນັ້ນ, ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ກໍ່​ມີ​ການ​ເຕີບ​ໂຕ​ແຮງ. ​ໃນ​ນັ້ນ, ນະຄອນ​ໂຮ່ຈິ​ມິນ ​ຍັງ​ຄົງ​ແມ່ນ​ສູນ​ທ່ອງ​ທ່ຽວ​ໃຫ່ຍກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ​ເຖິງ​ວ່າ​ມີ​ການ​ເຕີບ​ໂຕ​ແຮງ​​ໃນ​ດ້ານ​ຈຳນວນກໍ່ຕາມ ​ແຕ່ການ​ພັດທະນາ​ນີ້ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ຂອບ​ຂະໜາດ, ​ເງື່ອນ​ໄຂ, ຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ. ​ເພື່ອ​ໃຫ້ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ມີ​ການ​ພັດທະນາ​​ແບບ​ອາຊີບ ​ແລະ ໝັ້ນຄົງ, ບາງ​ມາດ​ຕະການ​ໄດ້​ຮັບ​ການສະ​ເໜີ​ເພື່ອ​ແນ​ໃສ່​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ປີ 2012 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ​ຄື: ຜັນ​ຂະຫຍາຍ​ແຜນການ​ກໍ່ສ້າງ​ລະບົບ​ຫ້ອງນ້ຳສາທາລະນະ​ບັນລຸ​ມາດຖານ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງການທ່ອງທ່ຽວ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຈຳນວນ​ຜູ້ນຳ​ທ່ຽວ….

 

ຂ່າວ/ບົດ​ອື່ນ