ຂະແໜງທ່ອງທ່ຽວຫວຽດນາມກະກຽມໂຄສະນາ clip ໃໝ່ອອກສູ່ໂລກ

ຂະແໜງທ່ອງທ່ຽວຫວຽດນາມກະກຽມໂຄສະນາ clip ໃໝ່ອອກສູ່ໂລກ - ảnh 1
(ພາບປະກອບ)

(vovworld) – ທີ່​ກອງ​ປະຊຸມ​ສະຫຼຸບການ​ເຄື່ອນ​ໄວ​​ໃນ 9 ​ເດືອ​ນຕົ້ນ​ປີ 2015 ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ, ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວຫວຽດນາມ ຈັດ​ຕັ້ງ​ໃນ​ວັນ​ທີ 02/10, ທ່ານ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫງວຽນ​ວັນ​ຕ໋ວນ ​ໃຫ້​ຮູ້​ວ່າ: ກົມ​​ໃຫຍ່​ຈະ​ຜະລິດ clip ​ໂຄ​ສະນາ​ກ່ຽວ​ກັບ​ການທ່ອງ​ທ່ຽວ ​ໃນ​ຄື້ນຊ່ອງ​ໂທລະພາບ​ສາກົນ. Clip ດັ່ງກ່າວ​ຍາວ 30 ວິ​ນາທີ ​ໂດ​ຍກົມ​ໃຫຍ່​ການທ່ອງທ່ຽວ​ສົມ​ທົບ​ກັບ​ໂຄງການ​ພັດທະນາ​ກຳລັງ​ຄວາມ​ສະມາດ​ດ້ານ​ການທ່​ອງທ່ຽວ​ທີ່​ມີ​ຄວາມ​ຮັບຜິ​ດຊອບ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໂດຍ​ສະຫະພາບ​ເອີ​ລົບ ອຸປະ​ຖ​ຳປະຕິບັດ. Clip ​ໂຄສະນາ​ນີ້​​​ໄດ້​ສ້າງ​ສຳ​ເລັດ​ພໍ​ສົມຄວນແລ້ວ, ຄາດ​ວ່າ ຈະ​ປະກາດ​ໃນ​ອາທິດ​ຈະ​ມາ​ເຖິງ. ​ແຕ່​ວັນ​ທີ 20/10 ຈະ​ມາ​ເຖິງ, ກົມ​ໃຫຍ່​ທ່​ອງທ່ຽວ ຈະ​ລົງ​ນາມ​ສັນຍາ​ອອກ​ອາກາດ clip ນີ້​​ເປັນ 300 ຄັ້ງໃນຊ່ອງ​ໂທລະພາບ Channel ຂອງ​ອັງ​ກິດ.

ຂ່າວ/ບົດ​ອື່ນ