ຂະແໜງປ່າໄມ້ຕ້ອງຮັບປະກັນ 3 ຄາດໝາຍເພື່ອພັດທະນາແບບຍືນຍົງ

(VOVWORLD) - ວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ເປັນປະທານກອງປະຊຸມທົ່ວປະເທດ ຜັນຂະຫຍາຍໂຄງການຈຸດໝາຍພັດທະນາປ່າໄມ້ແບບຍືນຍົງໄລຍະ 2016 -2020. 
ຂະແໜງປ່າໄມ້ຕ້ອງຮັບປະກັນ 3 ຄາດໝາຍເພື່ອພັດທະນາແບບຍືນຍົງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກການຜັນຂະຫຍາຍໂຄງການຄາດໝາຍພັດທະນາປ່າໄມ້ແບບຍືນຍົງໄລຍະ 2016 -2020 ຂະແໜງປ່າໄມ້ຕ້ອງຕ້ອງສຸມໃສ່ຮັບປະກັນ 3 ຄາດໝາຍເພື່ອພັດທະນາປ່າໄມ້ແບບຍືນຍົງ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ເພື່ອປະຕິບັດ 3 ຄາດໝາຍນີ້, ກ່ອນອື່ນໝົດ ຂະແໜງປ່າໄມ້ ຕ້ອງສ້າງສຳເລັດລະບອບ, ນະໂຍບາຍກົດໝາຍໃຫ້ສົມບູນແບບ ເພື່ອສ້າງເງື່ອນໄຂນິຕິກຳສະດວກໃນການປົກປັກຮັກສາ, ພັດທະນາປ່າ. ປັບປຸງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາແລະ ພັດທະນາປ່າ (ສະບັບປັບປຸງ), ປະກາດໃຊ້ ແລະ ປະຕິບັດບັນດາຂໍ້ລິເລີ່ມດ້ານການເງິນ ເພື່ອສ້າງແຫຼ່ງກຳລັງໃຫ້ການພັດທະນາປ່າໄມ້ຄືການບໍລິການສິ່ງແວດລ້ອມປ່າ; ພ້ອມກັນນັ້ນ, ຍົກສູງຄຸນນະພາບການສ້າງ, ຄຸ້ມຄອງ, ຈັດສັນປ່າ ແລະ ທີ່ດິນປ່າໄມ້. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຕ້ອງຕິດພັນການວາງຈັດສັນປ່າ ກັບການສ້າງໂຄງປະກອບຂະແໜງປ່າໄມ້ ເພື່ອແນໃສ່ຍົກສູງປະສິດທິຜົນ, ກຳລັງແກ່ງແຍ້ງຂອງຂະແໜງ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ກໍ່ຮຽກຮ້ອງ, ຕ້ອງສ້າງກຳລັງໜູນ, ສ້າງເງື່ອນໄຂເພື່ອລະດົມການເຂົ້າຮ່ວມທຸກໆພາກສ່ວນເສດຖະກິດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ຂຸດຄົ້ນປ່າຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ