ຂະແໜງພາສີສ້າງຄວາມ ສະດວກໃຫ້ແກ່ການ ເຄື່ອນໄຫວດ້ານການຄ້າ, ຊຸກຍູ້ໃຫ້ການເຄື່ອນໄຫວຂາເຂົ້າຂາອອກ

ຂະແໜງພາສີສ້າງຄວາມ ສະດວກໃຫ້ແກ່ການ ເຄື່ອນໄຫວດ້ານການຄ້າ, ຊຸກຍູ້ໃຫ້ການເຄື່ອນໄຫວຂາເຂົ້າຂາອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່​ງກົມ​ໃຫຍ່​ພາສີ
(ພາບ: thanhnien.com.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 09/07, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ພ້ອມ​ກັບ​ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ​່ງກົມ​ໃຫຍ່​ພາສີ ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ພາ​ສີ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ພາສີໃນ​ຊຸມ​ປີຜ່ານມາ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ, ພິ​ເສດ​ແມ່ນ​ຂະ​ແໜງ​ຫັນ​ເປັນ​ທັນ​ສະ​ໄໝ​ຕາມ​ທິດ​ປະຕິບັດ​ບັນດາ​ມາດຕະຖານ, ທຳນຽມ ​ແລະ ຄຳ​ໝັ້ນ​ສັນຍາສາກົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍ​ງ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ເຄື່ອນ​ໄຫວດ້ານ​ການ​ຄ້າ, ຊຸກຍູ້​ການ​​ເຄື່ອນ​ໄຫວ​ຂາ​ເຂົ້າ, ຂາ​ອອກຂອງ​ທົ່ວປະ​ເທດ​… ຊີ້​ນຳ​ບັນດາ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ຂະ​ແໜງຕ້ອງ​ສຸມ​ໃສ່​ກໍ່ສ້າງ​ຂະ​ແໜງພາສີ​​ໃຫ້​ທັນ​ສະ​ໄໝ, ​ເທົ່າ​ທຽມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ນຳ​ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ. ​ໃນ​ຕໍ່​ໜ້າ, ຂະ​ແໜງ​ພາສີສືບ​ຕໍ່​ຮັບປະກັນ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂາເຂົ້າ, ຂາ​ອອກຂອງ​ວິ​ສາ​ຫະກິດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ພາສີ, ຮັບປະກັນ​ການ​ຮັກສາ​ຄວາ​ມສະຫງົບ​ດ້ານ​ເສດຖະກິດ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ຂະ​ແໜງ​ ຈັດ​ຕັ້ງ​ການຜັນ​ຂະຫຍາຍ​ການ​ປະຕິບັດ​ກົນ​ໄກ​ປະຕູ​ດຽວ​ອາ​ຊຽນ ​ແລະ ກົນ​ໄກ​ພາສີ​ປະຕູ​ດຽວ​ແຫ່ງ​ຊາດ ​ໃຫ້​ຖືກ​ຕາມ​ຄຳ​ໝັ້ນ​ສັນຍາ​ກັບ​ອາ​ຊຽນ, ປະຕິ​ຮູບ​ບໍ່​ພຽງ​ແຕ່​​ເທົ່າ​ທຽມ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​​ເທົ່າ​ທຽມ​ກັບ​ບັນດາ​ປະ​ເທດ​ເອີ​ລົບ, ອາ​ເມ​ລິ​ກາ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ