ຂະແໜງວັດທະນະທຳ, ກິລາ, ທ່ອງທ່ຽວມານະພະຍາຍາມມີຫົວຄິດປະດິດສ້າງເພື່ອພິຊິດຈຸດສູງໃໝ່

ຂະແໜງວັດທະນະທຳ, ກິລາ, ທ່ອງທ່ຽວມານະພະຍາຍາມມີຫົວຄິດປະດິດສ້າງເພື່ອພິຊິດຈຸດສູງໃໝ່ - ảnh 1
(ພາບປະກອບ)

(vovworld) – ​ ​ ປີ 2016 ​ແມ່ນ​ປີ​ສ້າງ​ຂີດ​ໝາຍ​ຂອງ​ຂະ​ແໜງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ, ພິ​ເສດ ​ແມ່ນ​ບັນດາ​ຜົນງານ, ສະຖິຕິມີ​ຄວາມ​ປະ​ທັບ​ໃຈ​​ໃນ​ຂົງ​ເຂດ​ກິລາ, ທ່ອງ​ທ່ຽວ. ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ລະກາ, ທ່ານ ຫງວຽນ​ງ້ອກທ້ຽນ ລັດຖະມົນຕີ​ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ ຢືນຢັນ​ວ່າ: ​ໃນ​ປີ 2017, ຂະ​ແໜງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ມານະ​ພະຍາຍາມ, ມີ​ຫົວຄິດ​ປະດິດ​ສ້າງ​ກ່ວາ​ອີກ ​ເພື່ອ​ພິຊິດ​ຍອດ​ສູງ​ໃໝ່, ສະຖິຕິ​ໃໝ່.

        ​ໂດຍ​ລະອຽດ, ສຳລັບ​ກິລາ ຫວຽດນາມ ຄາດໝາຍທີ່​ວາງ​ອອກ​ແມ່ນ ມຸ່ງ​ໄປ​ເຖິງ SEA Games ​ເຊິ່ງຈະ​ດຳ​ເນີນ​ຢູ່ ມາ​ເລ​ເຊຍ ​ໃນ​ເດືອນ 8/2017. ທິນຊາດ ຫວຽດນາມ ຕ້ອງ​ມານະ​ພະຍາຍາມ​​ເພື່ອຍາດ​ໄດ້ຜົນ​ງານ​ສູງ​ສຸດ ​ແລະ ນອນ​ໃນ Top ​ແຖວ​ໜ້າ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ​ເລື່ອງ​ຈັດ​ຕັ້ງ​ບັນດາ​ງານ​ບຸນ ຕ້ອງ​ຮັບປະກັນ​ຕິດ​ພັນ​ກັບ​ການອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາ​ຍຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ວັດທະນະທຳ, ປູຊະນີຍະ​ສະຖານ. ພ້ອມ​ທັງ, ຈັດ​ຕັ້ງ​ງານ​ບຸນ​ກໍ່​ຕ້ອງ​ຕິດ​ພັນກັບ​ການພັດທະນາທ່ອງ​ທ່ຽວ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ​ເພີ່ມ​ລາຍ​ຮັບ​ໃຫ້​ທ້ອງ​ຖິ່ນ, ປະ​ເທດ​ຊາດ. ຂະ​ແໜງ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ​ສືບ​ຕໍ່​ປັບປຸງ​ບັນດາ​ນະ​ໂຍບາຍ​ຊຸກຍູ້​ການທ່ອງທ່ຽວ​ຄື: ວີ​ຊາ, ລະບຽບ​ການ, ການບິນ ​ແລະ ອື່ນໆ. ທ່ານ​ລັດຖະມົນຕີ ຫງວຽນ​ງ້ອກທ້ຽນ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ນ້ຳ​ໃຈ​ສາມັກຄີ, ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ຂະ​ແໜງ​ການທ່ອງທ່ຽວ​ຈະ​ຫັນປ່ຽນ​ຢ່າງ​ແທດ​ຈິງ, ພັດທະນາ​ຂຶ້ນ​ສູ່​ລູະດັບ​ສູງ​ໃໝ່, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​​ແຫຼມ​ໃນ​ປີ 2020, ປະກອບສ່ວນຢ່າງ​ເໝາະ​ສົມ ​ເຂົ້າ​ການ​ພັດທະນາະ​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ​ຊາດ​.

 

 

ຂ່າວ/ບົດ​ອື່ນ