ຂະແໜງໄອຍະການ ຍົກສູງຄຸນນະພາບ ສັ່ງຟ້ອງ, ຕໍ່ສູ້ສະກັດກັ້ນ ອາດຊະຍາກຳໃນທັນທີ

ຂະແໜງໄອຍະການ ຍົກສູງຄຸນນະພາບ ສັ່ງຟ້ອງ, ຕໍ່ສູ້ສະກັດກັ້ນ ອາດຊະຍາກຳໃນທັນທີ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ
(ພາບ: hanoimoi.com.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 24/12, ຢູ່ ຮ່າ​ໂ​ນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ມີ​ການ​ເຮັດ​ວຽກ​ກັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດກ່ຽວ​ກັບ​ແຜນການ​ຜັນ​ຂະຫຍາຍ​ວຽກ​ງານ​ໃນ​ປີ 2014.

    ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ຂອງ​ຂະ​ແໜງ​​ໄອ​ຍະ​ການ​ແມ່ນ​ບໍ່​ປະໃຫ້​ເກີດການ​ພິພາກສາ​ຢ່າງ​ຜິດພາດ. ພິ​ເສດ, ຕ້ອງ​ຮັບປະກັນ​ຖືກ​ກັບ​ເວລາ, ພິພາກສາ​ຖື​ກຕ້ອງຕາ​ມ​ກົດໝາຍ​ສຳລັບ​ບັນດາ​ຄະດີ​ເສດຖະກິດ, ສໍ້​ລາດ​ບັງ​ຫຼວງ, ບໍ່​ໄດ້​ແກ່ຍາວ​​ເວລາ​ ເຮັດ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນຫຼຸດ​ລົງ.

    “ກ່ຽວ​ກັບຄະດີ​ກ່ຽວຂ້ອງ​ເຖິງເສດຖະກິດ, ສໍ້ລາດ​ບັງ​ຫຼວງ, ​ໄປຄຽງ​ຂ້າງ​ກັບບັນດາ​ໝາກຜົນ​ເປັນ​ໜ້າ​ຍ້ອງຍໍ ຍັງ​ມີ​ຄະດີ​ຖືກແກ່ຍາວ, ບໍ່​ທັນ​ເຄັ້ມ​ງວ​ດ. ດັ່ງ​ນັ້ນ, ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງເຮັດ​ແນວ​ໃດ​​​ແກ້​ໄຂ​ເພື່ອ​ສຶກສາ​ໃຫ້​ຫຼາຍ​ຄົນ. ບັນດາ​ພະນັກງານ​ໄອ​ຍະ​ການ​ຕ້ອງ​ເພື່ອ​ປະຊາຊົນ​​ເດັດ​ດຽວປະຕິບັດ​ຖືກ​ກັບ​ບົດບາດ​ໜ້າ​ທີ່”

    ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ​ ກໍ່​ຖື​ວ່າ: ຂະ​ແໜງ​​ໄອ​ຍະ​ການ​ກໍ່​ຄື​ບັນດາ​ອົງການຕຸລາການ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ຂອງ​ຕົນ​ຕ້ອງ​ເປັນ​ເສນາ​ທິການສະ​ເໜີ​ບັນດາ​ມາດ​ຕະການ​ໃຫ້​ແກ່​ພັກ, ລັດບັນດາ​ກົນ​ໄກ, ນະ​ໂຍບາຍ​ປັບປຸງ​ໃຫ້​ເໝາະ​ສົມ​ເພື່ອ​ແນ​ໃສ່​ສ້າງ​ສັງຄົມ​​​ໃຫ້ໂປ່​ງ​ໃສ, ​ເປີດ​ເຜີຍ, ປະຊາທິປະ​ໄຕ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກວ່າ ​ປີ 2014 ​ແມ່ນ​ປີ​ເລີ່​ມປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ດັ່ງ​ນັ້ນ​ຂະ​ແໜງ​​ໄອ​ຍະ​ການ​ຄວນ​ມີ​ການ​ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ຫັນ​ບັນດາ​ແຜນ​ຮ່າງ, ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ເປັນ​ລະບຽບ​ກົດໝາຍ ​ເພື່ອ​​ເຮັດ​ໃຫ້​ເມື່ອປະກາດ​ໃຊ້​ມັນ​ຈະ​ເໝາະ​ສົມ​ກັບ​ຊີວິດ ​ແລະ ຈຸດໝາຍ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ