ຄັດ​ເລືອກ​ຍ້ອງ​ຍໍ​ຊົມ​ເຊີຍ ນັກ​ຮຽນ, ນັກ​ສຶກ​ສາ 150 ຄ​ົນ ທີ່​ດີ​ເດັ່ນ​ໃນ​ການ​ເຂົ້າ​ຮ່ວມ​ການວິຊາຊີບປີ 2021

(VOVWORLD) -ນີ້ແມ່ນຂໍ້ມູນໃນແຜນການຈັດການຍ້ອງຍໍຊົມເຊຍນັກຮຽນ, ນັກສຶກສາ ວິຊາຊີບທີ່ດີເດັ່ນໃນການສິດສອນໃນປີ 2021 ທີ່ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫາກໍ່ໄດ້ປະກາດ.
ຄັດ​ເລືອກ​ຍ້ອງ​ຍໍ​ຊົມ​ເຊີຍ ນັກ​ຮຽນ, ນັກ​ສຶກ​ສາ 150 ຄ​ົນ ທີ່​ດີ​ເດັ່ນ​ໃນ​ການ​ເຂົ້າ​ຮ່ວມ​ການວິຊາຊີບປີ 2021 - ảnh 1ພິທີ ຄັດເລືອກຍ້ອງຍໍຊົມເຊີຍ ນັກຮຽນ, ນັກສຶກສາ 150 ຄົນ ທີ່ດີເດັ່ນໃນການເຂົ້າຮ່ວມການວິຊາຊີບປີ 2021

ໂດຍນອນໃນແຜນການ, ບັນດານັກຮຽນ, ນັກສຶກສາທີ່ພວມຮ່ຳຮຽນຢູ່ບັນດາຮາກຖານສຶກສາວິຊາອາຊີບ ໃນທົ່ວປະເທດ ທີ່ມີໝາກຜົນການຮ່ຳຣຽນໃນສົກຮຽນ 2020 – 2021 ບັນລຸລະດັບ ດີເດັ່ນ ຈະໄດ້ຮັບການພິຈາລະນະຄັດເລືອກຕາມບັນດາມາດຖານ. ນັກຮຽນ, ນັກສຶກສາດີເດັ່ນ, ພົ້ນເດັ່ນໃນປີ 2021 ຈະໄດ້ຄັດເລືອກຜ່ານ 3 ຂັ້ນ: ຂັ້ນໂຮງຮຽນ, ຂັ້ນແຂວງ ແລະ ຂັ້ນຊາດ ແລະ ໄດ້ຮັບການພິຈາລະນາຈາກສະພາຄັດເລືອກເອົານັກຮຽນ, ນັກສຶກສາດີເດັ່ນລະດັບຊາດຕາມບັນດາມາດຖານທີ່ໄດ້ກຳນົດ ແລະ ຍື່ນສະເໜີຕໍ່ການນຳ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເພື່ອຍ້ອງຍໍ ສັນລະເສີນ.

ຄາດວ່າ ພິທີຍ້ອງຍໍສັນລະເສີນນັກຮຽນ, ນັກສຶກສາ ວິຊາອາຊີບດີເດັ່ນ, ພົ້ນເດັ່ນ ປີ 2021 ຈະໄດ້ຮັບການຈັດຕັ້ງໃນເດືອນກຸມພາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ