ຄຼິບວີດີໂອ ໂຄສະນາ ດ້ວຍຫວົຂໍ້ “ຫວຽດນາມ - ສະ​ຖານ​ທີ່​ດູດ​ດື່ມທາງດ້ານວັດທະນະທໍາ ແລະ ອາຫານການກິນ” ໄດ້​ຖືກ​ສະ​ເໜີຕໍ່​ຜູ້​ຊົມ ໃນວັນທີ 11 ກຸມພາ

(VOVWORLD) -ບັນດາຮູບພາບ ທີ່ຊີວິດຊີວາ ແລະ ເປັນຈິງໝັ້ນໝາຍວ່າຈະແຜ່ກະຈ່າຍ ພາບພົດກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ ແລະ ໜ້າປະທັບໃຈຕໍ່ແຂກທ່ອງທ່ຽວ.
ຄຼິບວີດີໂອ ໂຄສະນາ ດ້ວຍຫວົຂໍ້ “ຫວຽດນາມ - ສະ​ຖານ​ທີ່​ດູດ​ດື່ມທາງດ້ານວັດທະນະທໍາ ແລະ ອາຫານການກິນ” ໄດ້​ຖືກ​ສະ​ເໜີຕໍ່​ຜູ້​ຊົມ ໃນວັນທີ 11 ກຸມພາ - ảnh 1(ພາບ: ກົມໃຫຍ່ທ່ອງທ່ຽວ ຫວຽດນາມ)

ດ້ວຍ ຄຼິບວີດີໂອ ໂຄສະນາ ດ້ວຍຫວົຂໍ້ “ຫວຽດນາມ - ສະຖານທີ່ດູດດື່ມ ທາງດ້ານວັດທະນະທໍາ ແລະ ອາຫານການກິນ” ຜູ້ຊົມ ແລະ ແຂກທ່ອງທ່ຽວຈະສືບຕໍ່ພ້ອມກັບບັນດານັກຜະລິດເນື້ອໃນ YouTube ຄົ້ນຫາກ່ຽວກັບປະຊາຊົນ, ສີສັນວັດທະນະທໍາ, ອາຫານການກິນ ທີ່ເປັນ ເອກະລັກສະເພາະ ຂອງປະເທດ ຫວຽດນາມ, ໂດຍສະເພາະແມ່ນໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021. ບັນດາຮູບພາບ ທີ່ຊີວິດຊີວາ ແລະ ເປັນຈິງໝັ້ນໝາຍວ່າຈະແຜ່ກະຈ່າຍ ພາບພົດກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ ແລະ ໜ້າປະທັບໃຈຕໍ່ແຂກທ່ອງທ່ຽວ.

        ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ໃນ YouTube ໂດຍສູນຂໍ້ມູນຂ່າວສານການທ່ອງທ່ຽວ ສັງກັດ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໄດ້ຮັບການຜັນຂະຫຍາຍແຕ່ເດືອນ ມັງກອນ ປີ 2021. ທໍາອິດ ແມ່ນຄຼິບ ໂຄສະນາ ມີຫົວຂໍ້ “ປະເທດຊາດ ແລະ ຊາວ ຫວຽດນາມ”. ພາຍຫຼັງສະເໜີຕໍ່ຜູ້ຊົມ ຢ່າງເປັນທາງການໄດ້ 1 ເດືອນ, ຄຼິບວີດີໂອ ດັ່ງກ່າວ ໄດ້ດຶງດູດຜູ້ຊົມກວ່າ 1 ລ້ານເທື່ອຄົນເຂົ້າຕິດຕາມແລ້ວ.

        ໃນໄລຍະຈະມາເຖິງ, ສູນຂໍ້ມູນຂ່າວສານການທ່ອງທ່ຽວ ຈະສືບຕໍ່ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຖ່າຍທໍາຄຼິບວີດີໂອທີ່ຈັບອົກຈັບໃຈກວ່າ ຕາມຫົວຂໍ້ທີ່ເໝາະສົມກັບແຕ່ລະລະດູການທ່ອງທ່ຽວ ເພື່ອຊຸກຍູ້ການໂຄສະນາການທ່ອງທ່ຽວໃນພື້ນຖານດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ