ຄວນເຊື່ອມຕໍ່3ພື້ນຖານເສດຖະກິດຫວຽດນາມ-ລາວ -ກຳປູເຈຍເພື່ອໜູນຊ່ວຍກັນພ້ອມກັນພັດທະນາ

ຄວນເຊື່ອມຕໍ່3ພື້ນຖານເສດຖະກິດຫວຽດນາມ-ລາວ -ກຳປູເຈຍເພື່ອໜູນຊ່ວຍກັນພ້ອມກັນພັດທະນາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ເຮັດ​ວຽກ​ກັບ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ
(ພາບປະ​ກອບ​ຈາກ Anh Huyen)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງລັດ​ຖະ​ບານ ສ​ປ​ປ ລາວ ຢູ່ ຫວຽດ​ນາມ, ຕອນ​ບ່າຍ​ວັນ​ທີ 7/10, ທ່ານ ບຸນ​ປອນ ບຸດ​ທະ​ນາ​ວົງ, ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ລົງ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ (BIDV) ແລະ ສະ​ຫະ​ສ​ະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ ຢູ່ ລາວ (AVIL).

        ທີ່​ການ​ເຮັດ​ວຽກ, ໂດຍ​ຕາງ​ໜ້າ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ ຢູ່ ລາວ, ທ່ານ​ປະ​ທານ​ສະ​ພາ​ບໍ​ລິ​ຫານ BIDV, ປະ​ທານ AVIL ເຈີ່ນ​ບັກ​ຮ່າ, ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ລາວ ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ທັງ​ດ້ານ​ຂອບ​ຂະ​ໜາດ ແລະ ຈຳ​ນວນ. ເປັນ​ໜ້າ​ສົນ​ໃຈ, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ 9 ເດືອນ​ຕົ້ນ​ປີ 2014 ບັນ​ລຸ 885 ລ້ານ USD, ເພີ່ມ​​ນັບຂຶ້ນ​ປະ​ມານ 48% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2013 ແລະ ນີ້​ແມ່ນ​ລະ​ດັບ​ສະ​ຖິ​ຕິ​ແຕ່​ກ່ອນ​ມານີ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ປະ​ທານ ເຈີ່ນ​ບັກ​ຮ່າ, ກໍ່​ຖື​ວ່າ​ປະ​ຈຸ​ບັນໃກ້​​ຈະ​ຮອດ​ຈຸດ​ເວ​ລາ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ​, ຖ້າ​ຫາກວິ​ສາ​ຫະ​ກິດ 2 ປະ​ເທດບໍ່​ມີ​ການ​ກະ​ກຽມ​ເປັນ​ຢ່າງ​ດີ ຈະ​ບໍ່​ສາ​ມາດ​ນຳ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ເຊິ່ງ​ປະ​ຊາ​ຄົມ ອາ​ຊຽນ ນຳ​ມາ​ໃຫ້. ໃນ​ 10 ປະ​ເທດ ອາ​ຊຽນ, ຫວຽດ​ນາມ ແລະ ລາວ ພ້ອມ​ກັບ ກຳ​ປູ​ເຈຍ ຕ້ອງ​ສ້າງ​ແຜນ​ຮ່າງ​ເຊື່ອມ​ຕໍ່​ພື້ນ​ຖາ​ນ​ເສດ​ຖະ​ກິດ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ທ່ານ​ກ່າວ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສະ​ເໜີ​ເຊື່ອມ​ຕໍ່ 3 ພື້ນ​ຖານ​ເສດ​ຖະ​ກິດ ອິນ​ດູ​ຈີນ ເພື່ອ​ໜູນ​ຊ່ວຍ​ກັນ​ພ້ອມ​ກັນ​ພັດ​ທະ​ນາ, ເຮັດ​ແນວ​ໃດ​ເພື່ອ​ເທົ່າ​ທຽມ​ກັບ​ບັນ​ດາ​ປະ​ເທດ​ຢູ່​ໃນ​ລະ​ດັບ​ສູງ​ໃນ ອາ​ຊຽນ. ຄຽງ​ຄູ່​ກັນ​ນັ້ນ, ປະ​ຈຸ​ບັນ, ສັນ​ຍາ​ບາງ​ສ​ະ​ບັບ​ທີ່​ລົງ​ນານ​ລະ​ຫວ່າງ 2 ຝ່າຍ​ກ່ຽວ​ກັບ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ, ດັ່ງ​ນັ້ນ​ຕ້ອງກວດ​ກາ​ຄືນ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ, ພິ​ເສດ​ແມ່ນເມື່ອ ຫວຽດ​ນາມ ໄດ້​ກາຍ​ເປັ​ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ພິ​ເສດ​ແມ່ນ​ເມື່ອ ອາ​ຊຽນ ກາຍ​ເປັນ​ຊາຍ​ຄາ​ເສດ​ຖະ​ກິດ​ລ​ວມ.”


ຂ່າວ/ບົດ​ອື່ນ