ຄວນເພີ່ມທະວີການກໍ່ສ້າງ, ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 14 ມີນາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນກອງປະຊຸມສະຫລຸບ 15 ປີແຫ່ງການປະຕິບັດກົດລະບຽບການສົບທົບວຽກງານລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ຄວນເພີ່ມທະວີການກໍ່ສ້າງ, ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ

 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ ເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

        “ຂ້າພະເຈົ້າສະເໜີ 2 ອົງການເອົາໃຈໃສ່ສົມທົບກັນເປັນພິເສດໃນທຸກຂົງເຂດຢ່າງມີປະສິດທິຜົນ ກ່ວາອີກ, ໃນນັ້ນ ເອົາໃຈໃສ່ເຖິງການສົມທົບກັນສ້າງຮ່າງກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດ, ພັນທະພື້ນຖານຂອງພົນລະເມືອງ, ການຈັດຕັ້ງກົງຈັກລັດ.

        ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ ໄດ້ລົງນາມໃນກົດລະບຽບສົມທົບວຽກງານ (ສະບັບປັບປຸງ) ຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ