ຄວາມ​ບໍ່​ລົງ​ລອຍ​ການ​ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ

(VOVWORLD) -     ວັນທີ 4 ພະຈິກ, ບັນດານັກເຈລະຈາຂອງ ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ໄດ້ກ່າວເຕືອນວ່າບັນດາຄວາມບໍ່ລົງລອຍກັນລະຫວ່າງສອງຝ່າຍຍັງໃຫຍ່ຫຼວງຢູ່.

ປັດຈຸບັນ ແມ່ນຍັງບໍ່ຮອດສອງອາທິດ ກ່ອນເວລາກຳນົດຕ້ອງບັນລຸໄດ້ຂໍ້ຕົກລົງ ແຕ່ ອັງກິດ ແລະ ອີຢູ ຍັງກະວົນກະວາຍໃນ 3 ບັນຫາ ທີ່ເປັນຮົ້ວກີດຂວາງຕໍ່ບັນດາການເຈລະຈາ. ນັ້ນແມ່ນການສຳຜັດກັບເຂດທະເລຫາປາຂອງ ອັງກິດ, ບັນດາຂໍ້ກຳນົດຍຸຕິທຳຕໍ່ການດຳເນີນທຸລະກິດ, ການບໍລິຫານການປະຕິບັດຂໍ້ຕົກລົງຖອນຕົວ.

        ທ່ານ Michel Barnier ຫົວໜ້າຄະນະເຈລະຈາ ອີຢູ ກ່າວວ່າ ບັນດາເງື່ອນໄຂດັ່ງກ່າວນັ້ນແມ່ນມີຄວາມຈຳເປັນ ບໍ່ວ່າການພົວພັນຄູ່ຮ່ວມມືເສດຖະກິດໃດ ແລະ ທ່ານໃຫ້ຮູ້ຕື່ມອີກວ່າ ອັງກິດ ບໍ່ໄດ້ຫົວຊາຕໍ່ບັນດາຄວາມມານະພະຍາຍາມຂອງ ອີຢູ ເພື່ອຊອກຫາມາດຕະກ່ານແກ້ໄຂ, ຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງນັ້ນ ແລະ ພວມເຮັດໃຫ້ຄວາມຄືບໜ້າຖືກຊັກຊ້າລົງໄປອີກ. ໃນຂະນະນັ້ນ, ທ່ານ David Frost ຫົວໜ້າຄະນະເຈລະຈາອັງກິດ ກ່າວວ່າ ຄວາມຄືບໜ້າແມ່ນບັນລຸໄດ້ແລ້ວ ແຕ່ຍັງມີທັດສະນະແຕກຕ່າງກັນຫຼາຍຢ່າງໃນບາງບັນຫາແກ່ນສານ.

ສອງຝ່າຍຈະສືບຕໍ່ເຮັດວຽກນຳກັນເພື່ອຍົກອອກມາດຕະການທີ່ຮັບປະກັນການເຄົາລົບອະທິປະໄຕຂອງ ລອນດອນ.


ຕອບກັບ

ຂ່າວ/ບົດ​ອື່ນ