ຄວາມປະທັບໃຈກ່ຽວກັບງານບຸນໜັງສືພິມລະດູບານໃໝ່ຮ່າໂນ້ຍປີມະເມຍ2014

ຄວາມປະທັບໃຈກ່ຽວກັບງານບຸນໜັງສືພິມລະດູບານໃໝ່ຮ່າໂນ້ຍປີມະເມຍ2014 - ảnh 1

ຮ້ານວາງສະແດງຂອງໜັງສືພິມ ຄອບຄົວ ແລະ ສັງຄົມ

(vovworld) – ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່​ຮ່າ​ໂນ້ຍປີ​ມະ​ເມຍ 2014 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 20/1, ຢູ່​ຫໍ​ວັດທະນະທຳ​ມິດຕະພາບ ຮ່າ​ໂນ້ຍ, ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່ປີ​ມະ​ເມຍ 2014 ​ໂດຍ​ສະມາຄົມ​ນັກ​ຂ່າວ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ດ້ວຍຮ້ານ​ວາງສະ​ແດງ 28 ​ຮ້ານ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນຂັ້ນ​ສູນ​ກາງ, ສື່​ມວນ​ຊົນ​ນະຄອນຫຼວງ ​ແລະ ສື່​ມວນ​ຊົນ​ຂອງ​ຂະ​ແໜງການ​ຕ່າງໆ. ບໍ່​ພຽງ​ແຕ່​ດຶງ​ດູດ​ຜູ້​ອ່ານ​ດ້ວຍ​ການຈັດ​ພິມ​ທີ່​ງາມ​ຕາ, ມີ​ຊີວິດ​ຊີວາ​ເທົ່າ​ນັ້ນ ຫາກ​ຍັງ​​ເຮັດໃຫ້​ຜູ້​ອ່ານ​​ເຫັນ​ໄດ້ບັນດາ​ຈຸດ​ໃໝ່​ໃນ​ການສະ​ແດງ​ເນື້ອ​ໃນ. ທ່ານ ຫງວຽນ​ລຽນຮ່ວາງ, ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າວ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        ງານ​ບຸນ​ໜັງສືພິມ​ລະດູບານ​ໃໝ່ປີ​ນີ້​ມີ​ຫຼາຍ​ຈຸດ​ພິ​ເສດ. ​ໃນ​ນັ້ນ, ມີ​ເນື້ອ​ໃນ​ສຳຄັນ​ແມ່ນ​ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ການ​ປຸກລະດົມ​ການ​ເສັງ​ກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ ດ້ຽນບຽນ​ຝູ ​ແລະ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ: ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ພົ້ນ​ເດ​ັ່ນຂອງ​ສື່​ມວນ​ຊົນນະຄອນຫຼວງ, ວົງ​ການ​ສື່​ມວນ​ຊົນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ລຸ້ນພໍ່​ລຸ້ນອ້າຍ​ໄດ້​​ເສຍສະ​ຫຼະຊີວິດ​ເພື່ອ​ປະ​ເທດ​ຊາດ.

        ງານ​ບຸ​ນລະດູບານ​ໃໝ່​ແມ່ນ​ໂອກາດ​​ເພື່ອ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນ​ແນະນຳ​​ໃຫ້ຜູ້​ອ່ານ​ບັນດາ​ສິ່ງ​ພິມ​ພິ​ເສດ​ທີ່​ສຸດຂອງ​ຕົນ. ທ່ານ ດິງດຶກ​ເລີບ, ບັນນາທິການ​ໃຫຍ່​ໜັງສືພິມ​ ດ້ານ​ດ່ວານ​ແຄ​ດ ​ແປ່​ວ່າມະ​ຫາສາມັກຄີ, ​ໃຫ້​ຮູ້ວ່າ:

        ຂ້າພະ​ເຈົ້າ​ເຫັນ​ວ່າ, ງານ​ບຸນ​ໜັງສືພິມ​ປີ​ນີ້​ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ, ສິ່ງ​ພິມ​ມີ​ຄຸນ​ນະພາ​ບ, ງາມ ​ແລະ ປະ​ທັບ​ໃຈ​ຫຼາຍ. ພວກ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ດ້ວຍ​ສິ່ງ​ພິມຕ່າງໆ​ຄື: ໜັງສືພິມ​ມະຫາ​ສາມັກຄີ ລະ​ດູ​ບານ​ໃໝ່ ປີມະ​ເມຍ, ​ສິ່ງ​ຍອດ​ຍິ່ງຫວຽດ, ບັນດາ​ສິ່ງ​ພິມ​ຈຳໜ່າຍ​ປະຈຳ​ວັນ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​​ໃຫ້​ໜັງສືພິມ​ຂອງ​ພວກ​ຂ້າພະ​ເຈົ້າ​ຖືກ​ເຜີຍ​ແຜ່​ແນະນຳ​ເຖິງ​ຜູ້​ອ່ານ ​ແລະ ມວນ​ຊົນບັນດາ​ສິ່ງ​ພິມ, ບົດ​ຂຽນ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ