ຄວາມມານະພະຍາຍາມປ່ຽນໃຫມ່, ການປະດິດຄິດສ້າງ, ການເຄື່ອນໄຫວຢ່າງຂ້ຽວຂາດໃນປີ 2019

(VOVWORLD) -ຄວາມມານະພະຍາຍາມປ່ຽນໃຫມ່, ການປະດິດຄິດສ້າງ, ການເຄື່ອນໄຫວຢ່າງຂ້ຽວຂາດ ສູ້ຊົນປະຕິບັດແຜນການປີ 2019 ຢ່າງມີໄຊ, ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ນັ້ນແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນື່ອງໃນໂອກາດຕົ້ນປີໃຫມ່ 2019.

ຄວາມມານະພະຍາຍາມປ່ຽນໃຫມ່, ການປະດິດຄິດສ້າງ, ການເຄື່ອນໄຫວຢ່າງຂ້ຽວຂາດໃນປີ 2019 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ພາບ: vietnam+ 

ໃນບົດຂຽນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ທົບທວນຄືນ ແລະ ຕີລາຄາສູງບັນດາຜົນງານຊື່ງປະຊາຊົນ ຫວຽດນາມ ຍາດມາໄດ້ ໃນປີ 2018. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2019 ແມ່ນປີ ຫວຽດນາມ ຈະບັນລຸບາດກ້າວບຸກທະລຸໃນບັນດາຂົງເຂດ, ສູ້ຊົນປະຕິບັດໝາກຜົນສູງສຸດກ່ຽວກັບການພັດທະນາເສດຖະກິດສັງຄົມ. ລັດຖະບານ ຈະຕັດສິນໃຈຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງລັດຖະບານເອເລັກໂຕນິກ, ເພີ່ມທະວີການປ້ອງກັນຕ້ານການສໍ້ລາດບັງຫລວງ ການຟຸມເຟືອຍ. ມ້ວນທ້າຍບົດຂຽນ ທ່ານນາຍົກລັດຖະມົນຕີ ມີຄວາມເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມມານະພະຍາຍາມ, ການປະດິດຄິດສ້າງຂອງປະຊາຄົມວິສາຫະກິດ, ປະຊາຊົນທຸກຊັ້ນວັນນະ, ຫວຽດນາມ ຈະມານະພະຍາຍາມສູ້ຊົນດ້ວຍຄວາມຕັດສິນໃຈຢ່າງສູງສຸດເພືື່ອປະຕິບັດບັນດາເປົ້າໝາຍ,ຫນ້າທີ່ຂອງປີ 2019 ທີ່ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ