ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກເຮັດງານທຳໃນການ ປັບປຸງກົດໝາຍວ່າດ້ວຍແຮງງານ
(ພາບ:cuasotinhyeu.vn)
(vovworld) - ຕອນເຊົ້າວັນທີ 28/2, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກເຮັດງານທຳໝັ້ນຄົງໃນການປັບປຸງກົດໝາຍວ່າດ້ວຍແຮງງານ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນຂອງບັນດາປະເທດໃນພາກພື້ນອາຊຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກເຮັດງານທຳໝັ້ນຄົງໃຫ້ເປັນຢ່າງດີ. ທີ່ກອງປະຊຸມສຳມະນາ, ທ່ານຢວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຢືນຢັນວ່າ: ກອງປະຊຸມສຳມະນາມີຄວາມໝາຍສຳຄັນສຳລັບຫວຽດນາມ ໃນສະພາບການທີ່ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງມີຜົນບັງຄັບໃຊ້ນັບແຕ່ເດືອນ 5/2013 ຈະມາເຖິງ:
“ກອງປະຊຸມສຳມະນາແມ່ນເພື່ອໃຫ້ບັນດາຜູ້ຊ່ຽວຊານ, ຜູ້ແທນພາຍໃນ ແລະ ຕ່າງປະເທດແບ່ງປັນບົດຮຽນກ່ຽວກັບຮູບແບບ, ບັນດາໂຄງການຊຸກຍູ້ການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ວຽກເຮັດງານທຳໝັ້ນຄົງຢູ່ບັນດາປະເທດອາຊຽນ ແລະ ປະເທດຕ່າງໆໃນພາກພື້ນ. ພ້ອມກັນນັ້ນກໍ່ຕີລາຄາການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ ໃນເບື້ອງຕົ້ນ ແລະ ຄົ້ນຄ້ວາບັນດາຈຸດໃໝ່ໃນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ການຜັນຂະຫຍາຍປະຕິບັດ ແລະ ບັນດາບັນຫາກ່ອນທີ່ກົດໝາຍມີຜົນບັງຄັບໃຊ້“.