ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມແລະຝະລັ່ງຍັງໃຫຍ່ຫລວງຢູ່

ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມແລະຝະລັ່ງຍັງໃຫຍ່ຫລວງຢູ່ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸຕ້ອນຮັບ​
ທ່ານ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ Bertrand Lortholary
(ພາບ: VGP)

(vovworld) – ​ “ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະ​ຫວ່າງ​ ຫວຽດນາມ ​ແລະ ​ຝະລັ່ງ ​ຍັງ​ໃຫຍ່​ຫລວງ​ຢູ່” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽ​ດນາມ ຫງວຽນ​ຊວນ​ຟຸກ ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ Bertrand Lortholary ​ເນື່ອງ​ໃນ​ໂອກາດ​ທີ່​ການເຂົ້າຢ້ຽມ​ຂ່ຳນັບ​ເລີ່​ມປະຕິບັດ​ໜ້າ​ທີ່​ການ​ທູ​ດຢູ່ ຫວຽດນາມ ​ໃນ​ຕ​ອນບ່າຍ​ວັນ​ທີ 24/11 ຢູ່​ສຳ​ນັກ​ງານ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ ຫວຽດນາມ ປາດ​ຖະໜາ​ວ່າ ຝະລັ່ງ ຈະມີ​ຫລາຍ​ໂຄງການ​ລົງ​ທຶນ​ເຂົ້າ ຫວຽດນາມ, ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ວັດທະນະທຳ, ການທ່ອງທ່ຽວ. ທ່າ​ນນາຍົກລັດຖະມົນຕີ ກໍ່​ສະ​ເໜີ ຝະລັ່ງ ຊຸກຍູ້​ບັນດາ​ປະ​ເທດ ອີ​ຢູ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ເປີດ​ຕະຫລາດ​ໃໝ່​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ​.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ Bertrand Lortholary ​ໃຫ້​ຮູ້​ວ່າ: ​ໃນ​ອາຍຸ​ການ​ປະຕິ​ບັດໜ້າ​ທີ່​ການ​ທູ​ດຂອງ​ຕົນ ທ່ານ​ຈະ​ຊຸກຍູ້​ໂຄງການຊາຍ​ຄາ ຝະລັ່ງ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໂຮງຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ຝະລັ່ງ ຢູ່ ຮ່າ​ໂນ້ຍ, ກໍ່​ຄື​ການ​ເຄື່ອນ​ໄຫວ​ຮ່ວມ​ມື​​ໃນ​ຂົງ​ເຂດ​ໂທລະພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ສະ​ເໜີ 2 ຝ່າຍ​ສົ່ງ​ເສີມ ​ເພື່ອ​ລົງ​ນາມ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ໃຕ້​ດິນ​ຢູ່ ຮ່າ​ໂນ້ຍ ​ໂດຍ​ໄວ ຍ້ອນ​ວ່າ ຜົນ​ສຳ​ເລັດ​ຂອງ​ໂຄງການ​ດັ່ງກ່າວ​ແມ່ນ​ສານ ​ແລະ ​ເປັນສັນຍາ​ລັກ​ທີ່​ສົ່ງ​ເຖິງ​ປະຊາ​ຄົມ​ວິ​ສາ​ຫະກິດ ກ່ຽວ​ກັບ​ຜົນງານ​​ແຫ່ງ​ການຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ