ຄວາມສາມາດບົ່ມຊ້ອນແລະໂອກາດການຮ່ວມມື ອັງໂກລາ-ຫວຽດນາມແມ່ນໃຫຍ່ຫຼວງ

ຄວາມສາມາດບົ່ມຊ້ອນແລະໂອກາດການຮ່ວມມື ອັງໂກລາ-ຫວຽດນາມແມ່ນໃຫຍ່ຫຼວງ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 4/11 ຢູ່​ຮ່າ​ໂນ້ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ອັງ​ໂກ​ລາ​ ປະ​ຈຳ​ຫວຽດ​ນາມ​ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 40 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ​ ຫວຽດ​ນາມ-ອັງ​ໂກ​ລາ ( 12/11/1975-12/11/2015 ) ແລະ ສະ​ເຫຼີມ​ສະຫຼອງ​ ວັນ​​ສະ​ຖາ​ປະ​ນາ ​ປະ​ເທດສາ​ທາ​ລະ​ນະ​ລັດ​ ອັງ​ໂກ​ລາ ຄົບ​ຮອບ 40 ປີ (11/11/1975 – 11/11/2015). ທີ່​ການ​ປະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ໂກ​ລາ Joao Manuel Bernado ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ​ອັງ​ໂກ​ລາ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 12/11/1975. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ໄດ້​​ດຳ​ເນີນ​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິ. ປະ​ຈຸ​ບັນ ມີ​ຄູ​ອາ​ຈານ​​ຫວຽດ​ນາມ ປະ​ມານ 110 ຄົນ ແລະ ທ່ານ​ໝໍ 220 ຄົນ ພວມ​ປະ​ຕິ​ບັດ​ງານ​ຢູ່​ອັງ​ໂກ​ລາ. ຈຳ​ນວນ​​ ແຮງງານຊາວ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ອັງ​ໂກ​ລາ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ປະ​ຈຸ​ບັນ​ມີ​ປະ​ມານ 40.000 ​ຄົນ. ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື​ ລະ​ຫວ່າງ​ຫວຽດ​ນາມ ແລະ ອັງ​ໂກ​ລາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ອັງ​ໂກ​ລາ Bernado ໃຫ້​ຮູ້​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະໂອ​ກາດ​​ການຮ່ວມ​ມື ອັງ​ໂກ​ລາ-ຫວຽດ​ນາມ​ ແມ່ນ​ໃຫຍ່ຫຼວງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດນ້ຳ​ມັນ​ອາຍ​ແກັດ, ຂຸດ​ຄົ້ນ​ບໍ່​ແຮ່, ໂທ​ລະ​ຄົມ ແລະ ກະ​ສິ​ກຳ.

 

 

 

 

 

ຂ່າວ/ບົດ​ອື່ນ