ຄວາມຫວັງຂອງສະມາຊິກສະພາແຫ່ງຊາດກັບຜູ້ນຳໜ້າສະພາແຫ່ງຊາດ

ຄວາມຫວັງຂອງສະມາຊິກສະພາແຫ່ງຊາດກັບຜູ້ນຳໜ້າສະພາແຫ່ງຊາດ - ảnh 1
ທ່ານນາງ ຫງວຽນທິກີມເງິນ ໄດ້ຮັບການເລືອກຕັ້ງ
ເປັນປະທານສະພາແຫ່ງຊາດຊຸດທີ 14

(vovworld) – ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ 97,77%, ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ສະ​ແດງ​ຄວາມເຊ່ືອ​ໝັ້ນ ​ແລະ ຕັດສິນ​ໃຈ​ພ້ອມ​ກັບ​ຜູ້ນຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ມີ​ຄວາມ​ສາມັກຄີ​, ມີ​ຫົວຄິດ​ປະດິດ​ສ້າງ ຢ່າງ​ແທ​້ຈິງ ​ແລະ ມີ​ການກະທຳ​ຄື​ຄຳ​ສາບານຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ຂອງ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ. ທ່ານ ​ເຈືອງ​ມີ​ງ ຮ່ວາງ, ສັງກັດຄະນະ ສສຊ ​ແຂວງ ກາ​ເມົາ ຖື​ວ່າ:

        “ພາຍຫຼັງ​ການ​ສາບານ​ຕົວທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ການ​ບໍລິຫານ​ນັ້ນ​ໄດ້​ຮັບ​ການ​ຕີ​ລາຄາ​ຜ່ານຕົວ​ຈິງ, ບົນ​ພື້ນຖານ​ບໍ່​ພຽງ​ແຕ່​ມີ ສສຊ ​ເຊື່ອ​ໝັ້ນ, ຝາກຝັງ​ເທົ່າ​ນັ້ນ ຫາກ​ຍັງນັບ​ທັງພະຍານ​ຫຼັກ​ຖານ​ນັ້ນ​ໄດ້​ຮັບ​ການ​ຕີ​ລາຄາ​ພາຍຫຼັງ​ອອກ​ສະໝັກ​ເລືອກ​ຕັ້ງ​​ເປັນ ສສຊ ຊຸດ​ທີ 14 ​ກໍ່ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ພວກຂ້າພະ​ເຈົ້າ​ເຊື່ອ​​ແນ່ວ່າ ​ໃນ​ອາຍຸ​ການ​ນີ້, ດ້ວຍ​ບົດບາດ​​ປະທານ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ ຈະ​ສືບ​ຕໍ່​ປະຕິບັດ​ຄຳ​ສາບານ​ຕົວ ​ແລະ ​​ເຂົ້າດຳລົງ​ຕຳ​ແໜ່​ງຕ່າງໆ ຄຳ​ກ່າວ​ປາ​ໄສ​ໃນ​ວາລະ​ປະຊຸມ​ນີ້.”

        ສ່ວນທ່ານ ຫງວຽນທິກ​ວຽນ​ແທງ, ສັງກັດຄະນະ ສສຊ ​ແຂວງ ຫວີງ​ລອງ, ​​ແບ່ງ​ປັນ​ວ່າ:

        “ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ຜູ້​ມາ​ຈາກ​ຂັ້ນຮາກ​ຖານ ​ແລະ ​ໄດ້​ດຳລົງ​ບັນດາ​ຕຳ​ແໜ່​ງສຳຄັນ​​ໃນ​ຫລາຍ​ຕຳ​ແໜ່​ງ​ໃນ​ບັນດາ​ຊຸດ​ຕ່າງ​ໆ. ດັ່ງ​ນັ້ນ, ພວກ​ຂ້າພະ​ເຈົ້​າ​ເຊື່ອ​ໝັ້ນ​ວ່າ ອາຍຸ​ການ 2016 2021, ປະທານ​ສະພາ​ແຫ່ງ​ຊາດ ມີ​ຫຼາຍ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ກ່ວາ​ອີກ​ບົນ​ພື້ນຖານ​ສືບ​ທ​ອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ກ່ອນໆ, ​ເພື່ອ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ມີ​ຫົວຄິດ​ປະດິດ​ສ້າງ​ກ່ວາໃນ​ການ​ບໍລິຫານ, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ລັດ​ເວົ້າ​ລວມ, ກໍ່​ຄື​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ອາຍຸ​ການ​ໃໝ່”

ຂ່າວ/ບົດ​ອື່ນ