ຄວາມຫວັງຢ່າງໃຫຍ່ຫຼວງຕໍ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ

(VOVWORLD) -ວັນທີ 6 ພະຈິກໄດ້ໄຂກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດປີ 2022 ຫຼື COP 27 ຢູ່ນະຄອນ Sharm El Sheikh ປະເທດເອຢິບ ນີ້ແມ່ນກອງປະຊຸມທີ່ສຳຄັນໃນໂລກກ່ຽວກັບດິນຟ້າອາກາດເຊິ່ງດຳເນີນແຕ່ ວັນທີ 6 ຫາສັນທີ 8 ພະຈິກ ໂດຍມີການເຂົ້າຮ່ວມຂອງຜູ້ແທນມາຈາກ 195 ປະເທດໃນໂລກ.
ຄວາມຫວັງຢ່າງໃຫຍ່ຫຼວງຕໍ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ - ảnh 1ພາບປະກອບ

     ກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາປ່ຽນແປງຂອງດິນຟ້າອາກາດ ແລະບັນດາຜົນສະທ້ອນຕໍ່ທຸກໆຂົງເຂດ ກະສິກ ຳອຸດສາຫະກຳ ແລະບັນດາຂົງເຂດອື່ນໆອີກ. ກອງປະຊຸມຫວັງວ່າຈະສ້າງຄວາມປາຖະໜາກ່ຽວກັບການຂົນຂວາຍປະຊາຄົມໂລກພ້ອມກັນກະທຳເພື່ອຫັນຄຳໝັ້ນໝາຍກາຍເປັນການກະທຳຕົວຈິງແລະບັນລຸຄວາມເຫັນດີເຫັນພ້ອມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຊິ່ງຕົ້ນຕໍແມ່ນໄພແຫ້ງແລ້ງ, ການຫັນເປັນທະເລຊາຍ,ໄພນ້ຳຖ້ວມ, ໄຟໄໝປ່າ, ນ້ຳທະເລຊຶມ...

ຕອບກັບ

ຂ່າວ/ບົດ​ອື່ນ