ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ

(VOVWORLD) - ວັນທີ 15 ມິຖຸນາ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ກະຕຸກຊຸກຍູ້ການນຳບັນດາປະເທດ ອາຣັບບິ ຊະອຸດິ, Bahrain ແລະ ກາຕາ ມີບັນດາບາດກ້າວ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ທີ່ເຄີຍພາໄປເຖິງເລື່ອງບັນດາປະເທດມະຫາອຳນາດ ອາຣັບ ຕັດສາຍພົວພັນກັບ Doha
ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ - ảnh 1 (ພາບປະກອບ)

ໃນຖະແຫຼງການ, ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ເຕື້ອງເຖິງເລື່ອງ ກາຕາ ສືບຕໍ່ຖືກຕົກຢູ່ໂດດດ່ຽວໃນເຂດອ່າວ ເປີເຊຍ, ຮຽກຮ້ອງບັນດາຝ່າຍ ຫລຸດຜ່ອນຄວາມເຄັ່ງຕຶງ, ເຂົ້າຮ່ວມການເຈລະຈາ ແລະ ຊອກຫາກາລະໂອກາດຟື້ນຟູຄວາມເປັນເອກະພາບຂອງສະພາຮ່ວມມືເຂດອ່າວ (GCC) ຄືນໃໝ່ໂດຍໄວ. ຕາມຖະແຫຼງການດັ່ງກ່າວແລ້ວ, ກາຕາ ຄວນສືບຕໍ່ອີງໃສ່ບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການແກ້ໄຂສະພາບການຫົວຮຸນແຮງ ແລະ ລັດທິກໍ່ການຮ້າຍໃນພາກພື້ນ ໂດຍຜ່ານການຮ່ວມມືກັບບັນດາສຳພັນທະມິດເຂດອ່າວ ເປີເຊຍ ຂອງ Doha. ຫ້ອງວ່າການນາຍົກລັດຖະມົນຕີ Theresa May ໃຫ້ຮູ້ວ່າ: ຕອນຄ່ຳຂອງວັນດຽວກັນ ການນຳ ອັງກິດ ແລະ ເຈົ້າຊີວິດ,, Bahrain ແລະ ກາຕາ ໄດ້ມີການປຶກສາຫາລືນຳກັນ

        ແລະໃນວັນດຽວກັນ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ຮຽກຮ້ອງ ເຈົ້າຊີວິດ ອາຣັບບິ ຊະອຸດິ ແກ້ໄຂສະພາບຂາດສະຖຽນລະພາບກັບ ກາຕາ ກ່ອນທີ່ຈະສິ້ນສຸດງານບຸນອິດສະລາມ Ramadan.

ຕອບກັບ

ຂ່າວ/ບົດ​ອື່ນ