ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ

(VOVWORLD) - ຕາມຊອງໂທລະພາບ Al Jazeera ແລ້ວ, ປະເທດ Kuwait ໄດ້ສົ່ງເຖິງ ກາຕາ ບັນຊີລາຍຊື່ລວມມີບັນດາຄຳຮຽກຮ້ອງຈາກ ອາຣັບບິ ຊະອຸດິ ແລະ ບັນດາປະເທດພັນທະມິດ ອາຣັບ ເພື່ອໃຫ້ ໂດຮາ ປະຕິບັດ
ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ - ảnh 1 ຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ (ພາບອິນເຕີແນັດ)

ນີ້ແມ່ນບັນດາການກະທຳໃໝ່ສຸດ ທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ເປີເຊຍ, ໃນສະພາວະ ອາເມລິກາ ພວມມານະພະຍາຍາມຊຸກຍູ້ແກ້ໄຂບັນດາການຂັດແຍ້ງກັນຢູ່ພາກພື້ນນີ້. ປະຈຸບັນ ຂໍ້ມູນລະອຽດກ່ຽວກັບບັນຊີລາຍຊື່ຄຳຮຽກຮ້ອງດັ່ງກ່າວ ຍັງບໍ່ທັນໄດ້ຮັບການປະກາດເທື່ອ. ກ່ອນໜ້ານັ້ນ, ວັນທີ 21 ມິຖຸນາ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ສະແດງຄວາມຫວັງວ່າ ບັນຊີລາຍຊື່ນີ້ ຈະແມ່ນບັນດາຄວາມຮຽກຮ້ອງທີ່ເໝາະສົມ ແລະເປັນໄປໄດ້ ເພື່ອບັນລຸມາດຕະການແກ້ໄຂໃຫ້ແກ່ສະພາບການໃນປະຈຸບັນ. ທ່ານ Rex Tillerson ເນັ້ນໜັກວ່າ ອາມາລິກາ ປາດຖະໜາຢາກບັນລຸຄວາມສາມັກຄີໃນບັນດາປະເທດສັງກັດສະພາຮ່ວມມືເຂດອ່າວ ເປີເຊຍ (GCC) ເພື່ອໃຫ້ບັນດາຝ່າຍ ສາມາດສຸມໃສ່ບັ້ນຮົບຕ້ານອົງການ “ລັດອິດສະລາມ” (IS) ໃນທົ່ວພາກພື້ນ, ພ້ອມທັງ ຢືນຢັນວ່າ ອາເມລິກາ ສະໜັບສະໜູນຄວາມມານະພະຍາຍາມໄກ່ເກ່ຍປອງດອງຂອງ Kuwait ແນໃສ່ແກ້ໄຂວິກິດການໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ