ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຕວກກີ

(VOVWORLD) - ຕາມແຫຼ່ງຂ່າວນີ້ແລ້ວ, ບັນດາຄຳສັ່ງລົງໂທດຂອງ ຕວກກີ ຈະອີງໃສ່ບັນດາບັນຫາທີ່ ວໍຊິງຕັນ ຈັດວາງຕໍ່ລັດຖະບານ ລັດເຊຍ ແລະ ບັນດາຜູ້ມີຄວາມໃກ້ຊິດກັບທ່ານປະທານາທິບໍດີ ລັດເຊຍ

 ວັນທີ 1 ສິງຫາ, ສຳນັກຂ່າວສານ Bloomberg ໄດ້ຄັດສະເໜີແຫຼ່ງຂ່າວໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ: ອາເມລິກາ ໄດ້ກະກຽມບັນຊີລາຍຊື່ບັນດາບຸກຄົນ ແລະ ອົງກອນຈະກາຍເປັນເປົ້າໝາຍ, ຖ້າຫາກວ່າ ວໍຊິງຕັນ ຕັດສິນລົງໂທດ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Recep Tayyip Erdogan ຍ້ອນໄດ້ກັກຂັງບັນດາພົນລະເມືອງ ແລະ ລັດຖະກອນການທູດຂອງ ອາເມລິກາ.

        ຕາມແຫຼ່ງຂ່າວນີ້ແລ້ວ, ບັນດາຄຳສັ່ງລົງໂທດຂອງ ຕວກກີ ຈະອີງໃສ່ບັນດາບັນຫາທີ່ ວໍຊິງຕັນ ຈັດວາງຕໍ່ລັດຖະບານ ລັດເຊຍ ແລະ ບັນດາຜູ້ມີຄວາມໃກ້ຊິດກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ປະຈຸບັນ, ກະຊວງການເງິນ ອາເມລິກາ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບແຫຼ່ງຂ່າວນີ້ເທື່ອ.

        ແລະ ກໍ່ໃນວັນດຽວກັນ, ທ່ານນາງ Sarah Huckabee Sanders, ເລຂາການຂ່າວຂອງທຳນຽບຂາວ ປະກາດວ່າ ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບ ລັດຖະມົນຕີ 2 ທ່ານຂອງ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ