ຄວາມເຄັ່ງຕຶງໃນ ແຫຼມເກົາຫຼີພວມ ເພີ່ມທະວີຂຶ້ນ

 ຄວາມເຄັ່ງຕຶງໃນ ແຫຼມເກົາຫຼີພວມ ເພີ່ມທະວີຂຶ້ນ - ảnh 1
ສ.ປ.ປ.​ເກົາຫຼີ​ ພວມເປີດກ້ວາງສະຖານທີ່ຍິງລູກສອນໄຟ Tonghae
(ພາບ: AFP)

Vovworld- ວັນ​ທີ 7/3, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງ ເອົາມະຕິ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ ສ.ປ.ປ.​ເກົາຫຼີ​ ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 3 ຂອງ​ພຽງ​ຢາງ​ເມື່ອ​ເດືອນ 2 ທີ່​ຜ່ານ​ມາ. ມະຕິ​ເລກທີ 2094 ​ໂດຍ​ອາ​ເມ​ລິ​ກາ​ຍືນ​ສະ​ເໜີ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ 15 ປະ​ເທດ​ກຳມະ​ການ ສະພາຄວາມໝັ້ນຄົງສະຫະປະຊາຊາດ ​ໄດ້​ບັງຄັບ​ໃຫ້​ບັນດາ​ປະ​ເທດ ​ແລະ ອົງການ​ຕ່າງໆ​ຕ້ອງ​ຢຸດ​ການ​ຕິດ​ຕໍ່​ພົວພັນ​ແລກປ່ຽນ​ດ້ານ​ການ​ເງິນ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ ກໍ​ຄື​ສົ່ງ​ອອກ​ອາວຸດ​ຂອງ ສ.ປ.ປ.​ເກົາຫຼີ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາສຳລັບ​ບັນດານັກ​ການ​ທູດ​ຂອງ​ປະ​ເທດ​ນີ້. ມະຕິ​ດັ່ງກ່າວ​ຍັງ​ສະ​ເໜີ​ໃຫ້​ນາໆ​ຊາດຈົ່ງກວດກາ​ເຮືອ, ກຳປັ່ນ ​ແລະ ​ເຮືອບິນ​ຂອງ ສ.ປ.ປ.​ເກົາຫຼີ ຖ້າ​ຫາກ​ມີ​ຄວາມສົງ​ໄສວ່າ ຂົນສົ່ງສິນຄ້າ​ຖືກ​ຫ້າມ. ມະຕິ​ຍັງ​ຊີ້​ແຈ້ງວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະ​ສື​ບຕໍ່ມີ​ບັນດາ​ມາດ​ຕະການ​ເທົາ​ທີ່​ຄວນ  ຖ້າ​ຫາກ​ວ່າ ພຽງຢາງດຳ​ເນີນ​ການ ທົດ​ລອງ​ນິວ​ເຄຼຍຫຼື​ລູກ​ສອນ​ໄຟຄັ້ງ​ໃໝ່.
ພາຍຫຼັງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຮັບຮອງ​ເອົາ​ມະຕິ​ພຽງສອງ​ສາມ​ຊົ່ວ​ໂມງ, ສປປ ​ເກົາຫຼີ​ ໄດ້​ປະກາດ​ຈະ​ຍົກ​ເລດ​ໂທລະສັບ​ສາຍ​ດ່ວນ ສາຍ​ໜຶ່ງ ​ແລະ ສັນຍາ​ຢຸດ​ຮົບ​ປີ 1953, ພ້ອມ​ທັງ​ກ່າວ​ເຕືອນ​ຈະ​ມີ​ຫຼາຍ​ມາດ​ຕະການ​ໂຕ້​ຕອບ​ຢ່າງ​ແຮງ​ກວ່າ​ອີກ. ກ່ອນ​ນັ້ນ, ສປປ ​ເກົາຫຼີ ​ໄດ້​ກ່າວ​ເຕືອນ​ຈະ​ດຳ​ເນີນ ”ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດນິວຄະ​ເລຍ” ​ໃສ່​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ ປະຈຳ ສປຊ Susan Rice ຖື​ວ່າ, ຄຳ​ນາບ​ຂູ່​ຂອງ ສປປ ​ເກົາຫຼີ ​ບໍ່​ແມ່ນ​​ເລື່ອງ​ໃໝ່. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ທຳນຽບຂາວ Jay Carney ກໍ່​ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຮັບ​ມື​ກັບ​ການ​ນາຍ​ຂູ່​ທັງ​ໝົດ​ຂອງ ສປປ ​ເກົາຫຼີ.

 ຕໍ່ໜ້າ​ສະພາບ​ການ​ເຄັ່ງ​ຕຶງ​ຄື​ດັ່ງກ່າວ, ປະຊາ​ຄົມ​ໂລກ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ລະງັບ​ໃຈ, ພ້ອມ​ທັງ​ເລັ່ງລັດ ສປປ ​ເກົາຫຼີ ປະຕິບັດ​ຕາມ​ມະຕິ​ທີ່​ຫາ​ກໍ່​ຍົກ​ອອກ​ມາ.

ຂ່າວ/ບົດ​ອື່ນ