ຄວາມໄວ້ເນື້ອເຊື່ອໃຈຕໍ່ພື້ນຖານເສດຖະກິດປະເທດຊາດໄດ້ຮັບການຟື້ນຟູຢ່າງຮອບດ້ານ

ຄວາມໄວ້ເນື້ອເຊື່ອໃຈຕໍ່ພື້ນຖານເສດຖະກິດປະເທດຊາດໄດ້ຮັບການຟື້ນຟູຢ່າງຮອບດ້ານ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
​ເປັນ​ປະ​ທານກອງ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອ​ນ 8)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/08, ຢູ່​ສ​ຳ​ນັກ​ງານລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອ​ນ 8. ໃນ​ວາ​ລະ​ປະ​ຊຸມ​ປະ​ຈຳ​ເດືອນ 8 ນີ້, ຄາດ​ວ່າ, ລັດ​ຖະ​ບານ​ຈະ​ສະ​ຫງວນ 1 ມື້​ເຄິ່ງ ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານປຶກ​ສາ​ຫາ​ລື, ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 5 ສະ​ບັບ, ດຳ​ລັດ 1 ສະ​ບັບ, ລັດ​ຖະ​​ບັນ​ຍັດ 1 ສະ​ບັບ ແລະ ບາງ​ເອ​ກະ​ສານ​ສຳ​ຄັນ​ສະ​ບັບ​ອື່ນ. ລັດ​ຖະ​ບານກໍ່​ຕີ​ລາ​ຄາກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ, ສັງ​ຄົມ​ໃນ​ເດືອນ 08 ແລະ 8 ເດືອນ​ຜ່ານ​ມາ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ເນັ້ນ​ໜັກ​ວ່າ: ໃນ​ໄລ​ຍ​ະ​ຜ່ານ​ມາ, ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຟຶ້ນ​ຟູ.

        “ສິ່ງ​ທີ່​ໜ້​າ​ຊົມ​ຊື່​ນ​ແມ່ນ​ບັນ​ຍາ​ກາດ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສັງ​ຄົມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະ​ຫຼາດ​ໄດ້​ຮັບ​ການ​ຟື້ນ​ຟ​ູ. ໃນ​ນັ້ນ, ມີ​ຫຼາຍ​ແຂວງ, ນະ​ຄອນ ໄດ້​ສົ່ງ​ເສີມ​ການ​ລົງ​ທຶນ, ດຳ​ເນີນ​ທ​ຸ​ລ​ະ​ກິດ, ປະ​ຕິ​ຮູບ ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ພັດ​ທະ​ນາ. ພວກ​ເຮົາ​ເຄີຍ​ເວົ້າ​ວ່​າ, ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ແຫ່ງ​ສ້າງ​ການ​ເຕີບ​ໂຕ, ແກ​້​ໄຂວຽກ​ເຮັດ​ງານ​ທຳ, ​ສ້າງ​ລາຍ​ຮັບ​ງົບ​ປະ​ມານ ​ດັ່ງ​ນັ້ນຕ້ອງ​ມຸ່ງ​​ໃສ່​ນ​ັ້ນ. ເກືອບ​ຄື​ວ່າ, ບັນ​ດາ​ແຂວງ​ເຫັນ​ໄດ້​ສິ່ງ​ດັ່ງ​ກ່າວ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ແຂວ​ງ​ອ່ອນ​ດ້ອຍ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ແມ່ນ​ຕ້ອງ​ວາງ​ອອກ​ບັນ​ຫານີ້, ວາງ​ອອກ​ຄວາມ​ມ​ຸ້ງ​ຫວັງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໃນ​ບໍ​ລິ​ເວນ​ທ້ອງ​ຖິ່ນ​ຂອງ​ຕົນ ຢ່າງ​ແຮງ.”

ຂ່າວ/ບົດ​ອື່ນ