ຄະນະກຳມະການກວດກາສູນກາງຜັນຂະຫຍາຍໜ້າທີ່ປີ2016

ຄະນະກຳມະການກວດກາສູນກາງຜັນຂະຫຍາຍໜ້າທີ່ປີ2016 - ảnh 1
ທ່ານ ໂງວັນ​ຢຸ, ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ
(ພາບ​ປະ​ກອບ)


(vovworld) –​ ຕອນ​ບ່າຍ​ວັນ​ທີ 28/12, ​ອົງ​ການຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫຼຸບ​ວຽງ​ງານ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2016. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ ໂງວັນ​ຢຸ, ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ ເນັ້ນ​ໜັກ​ເຖິງ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເຊິ່ງ​ອົງ​ການ​ຄະ​ນະ​ກຳ​ມະ​ການກວດ​ກາ​​ສູນ​ກາງ ຄວນ​ສຸມ​ໃສ່​ປະ​ຕິ​ບັດ​ໃນ​ປີ 2016. ເຊິ່ງ​ຕາມນັ້ນ​ແລ້ວ, ບັນ​ດາ​ກົມ, ຫົວ​ໜ່ວຍ​ຕ້ອງ​ສຸມ​ໃສ່​ເປັນ​ເສນ​າ​ທິ​ການ​ຊ່ວຍ​ຄະ​ນະ​ກຳ​ມະ​ການກວດ​ກາ​​ສູນກ​າງ ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ເຊິ່ງ​ຄະ​ນະ​ບໍ​ລິ​ຫານງ​ານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາໄດ້​ມອບ​ໝາຍ​ໃຫ​້; ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ອະ​ນ​ຸ​ກຳ​ມະ​ການ​ໂດຍ​ສູນ​ກາງ​ສ້າງ​ຕັ້ງ, ຕັ້ງ​ໜ້າ​ຮັບ​ໃຊ້​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ; ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ອາ​ຍຸ​ການ 2016 – 2021. ບັນ​ດາ​ຫົວ​ໜ່ວຍ​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ໃຫ້​ຄະ​ນະ​ກຳ​ມະ​ການ, ການ​ນຳ​ບັນ​ດາ​ອົງ​ການ​ກໍ່​ສ້າງປັບ​ປຸງ, ເພີ່ມ​ເຕີມ​ບາງ​ເອກ​ກະ​ສານ​ສຳ​ຄັນ ພາຍ​ຫຼັງ​ກອງ​ປະ​ຊຸ​ມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ຂອງ​ພັກ; ກໍ່ສ້າງ​ບັນ​ດາ​​ໂຄງ​ການ​ດຳ​ເນີນ​ງານ​ຂອງ​​ຂະ​ແໜງກວ​ດ​ກາ; ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ປີ 2016 ແລະ ​ທັງ​ອາ​ຍຸ​ການຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​​ສ​ູນ​ກາງ​ຊຸດ​ທີ 12…

ຂ່າວ/ບົດ​ອື່ນ