ຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 ຈັດວາລະປະຊຸມຄົບຄະນະຄັ້ງທີ 4

ຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 ຈັດວາລະປະຊຸມຄົບຄະນະຄັ້ງທີ 4 - ảnh 1
( ພາບປະກອບ )


(vovworld) -     ຕອນ​ເຊົ້າ​ວັນ​ທີ 18/8, ຄະນະ​ກຳ​ມະ​ການ​ປັບປຸງ​ລັດຖະທຳ​ມະນູນປີ 1992 ​ໄດ້ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ປະທານຄະນະ​ກຳ​ມະ​ການ​ປັບປຸງ​ລັດຖະທຳ​ມະນູນປີ 1992. ນີ້​ແມ່ນ​ວາລະ​ປະຊຸມ​ທຳ​ອິດ, ຄະນະ​ກຳ​ມະ​ການ​ປັບປຸງ​ລັດຖະທຳ​ມະນູນ ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ເບື້ອງ​ຕົ້ນ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) ​ໂດຍ​ຄະນະ​ບັນ​ນາ​ທິການປັບປຸງ​ລັດຖະທຳ​ມະນູນ​ປີ 1992 ກະ​ກຽມ​ ​ແລະ ຍືນ​ສະ​ເໜີ​ເຊິ່ງລວມມີ 11 ພາກ, 140 ມາດຕາ, ຫຼຸດ 1 ພາກ ​ແລະ 7 ມາດຕາ ​ເມື່ອ​ທຽບ​ໃສ່​ ລັດຖະທຳ​ມະນູນ​ປີ 1992. ທີ່​ກອງ​ປະຊຸມ, ບັນດາ​ສະມ​າຊິກ​ຄະນະກຳ​ມະ​ການ​ປັບປຸງ​ລັດຖະທຳ​ມະນູນ ​ໄດ້​ສຸມ​ໃສ່​ປະກອບຄຳ​ຄິດ​ຄຳ​ເຫັນ, ສະ​ແດງ​ທັດສະນະຂອງ​ຕົນກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ໃຫຍ່, ສຳຄັນ​ຂອງ​ລັດຖະທຳ​ມະນູນ ​ເຊິ່ງ​ໄດ້​ສະ​ແດງ​ອອກໃນ​ບັນດາ​ພາກ, ຂໍ້​ມາດຕາ​ລະອຽດ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ເນື້ອ​​ໃນ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ປະຊາຊົນ, ລະບອບ​ການ​ເມືອງ, ສິດ​ຂອງ​ມິ​ນຸດ, ວັດທະນະທຳ, ສຶກສາ, ວິທະຍາສາດ… ກ່າວ​ຄຳ​ເຫັນ​ທີ່​ວາລະປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຕີ​ລາຄາ​ສູງ​ຄວາ​ມານະ​ພະຍາຍາມຂອງ​ຄະນະປະຈຄະນະຳບັນນາ​ທິການ, ຄະນະບັນ​ນາ​ທິການ ​ໃນ​ເລື່ອງ​ເປັນ​ເຈົ້າ​ການ ​ແລະ ສ້າງ, ສະ​ເໜີ​ບັນດາ​ເນື້ອ​ໃນ​ການ​ປັງ​ປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນຢ່າງ​ຮີບ​ດ່ວຍ. ຮ່າງລັດຖະທຳ​ມະນູນ (ສະບັບ​ປັບປຸງ) ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້, ສຳ​ເລັດບໍລິບູຍ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ເດືອນ 10/2012 ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ