ຄະນະກຳມະການພັກລັດຖະບານຜັນຂະຫຍາຍມະຕິຄະນະບໍລິຫານງານສູນກາງພັກຄັ້ງທີ 4

ຄະນະກຳມະການພັກລັດຖະບານຜັນຂະຫຍາຍມະຕິຄະນະບໍລິຫານງານສູນກາງພັກຄັ້ງທີ 4 - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວຄວາມເຫັນທີ່ການເຮັດວຽກ
(ພາບ: VOV)

(vovworld) -  ຕອນ​ບ່າຍ​ວັນ​ທີ 22/5, ຢູ່​ສຳນັກງານ​​ນາຍົກລັດຖະມົນຕີ, ຄະນະ​ກຳມະການ​ພັກລັດຖະບານ​ໄດ້​ມີ​ການ​ພົບ​ປະ ​ແລະ ​ຮັບ​ຟັງຄຳ​ເຫັນ​ປະກອບ​ຂອງ​ບັນດາ​ທ່ານ​ອາ​ດີດ​ການ​ນຳ​ລັດຖະບານ​ທີ່​ມີ​ຕໍ່​ໝູ່​ຄະນະ​ກຳມະການ​ພັກ​ລັດຖະບານ ອາຍຸ​ກາ​ນຊຸດ​ທີ 13 ​ແລະ​ ບັນດາ​ສະມາຊິກ​ໃນຄະນະ​ກຳມະການ​ພັກລັດຖະບານ, ກ່ອນ​ທີ່​ດຳ​ເນີນ​ການ​ຕຳ​ນິຕິ​ຊົມ ຕາມ​ແຜນການ​ຂອງ​ກົມ​ການ​ເມືອງ. ຕາງໜ້າຄະນະ​ກຳມະການ​ພັກລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ສະ​ເໜີ​ທິດ​ນຳ​ພ້ອມ​ກັບ​ບັນດາ​ໝວດ​ມາດ​ຕະການ​ຜັນ​ຂະຫຍາຍມະຕິ​ຄະນະ​ບໍລິ​ຫານ​ງານສູນ​ກາງພັກ​ຄັ້ງ​ທີ 4, ສະ​ເໜີ​ໃຫ້​ບັນດາອາ​ດີດ​​ການ​ນຳ​ລັດຖະບານ, ສະມາຊິກ​ລັດຖະບານ​ປະກອບ​ຄຳ​ເຫັນ​​ໃຫ້​ແກ່ຄະນະ​ກຳມະການ​ພັກລັດຖະບານ ກໍ່​ຄື​ສະມາຊິກ​ແຕ່ລະຄົນ​ຂອງຄະນະ​ກຳມະການ​ພັກລັດຖະບານ​ຊຸດ​ທີ 13 ຢ່າງ​ກົງ​ໄປ​ກົງ​ມາ, ​ເພື່ອ​ດຳ​ເນີນ​ການ​ຕຳ​ນິຕິ​ຊົມ​ຕາມ​ແຜນການ​ຂອງ​ກົມ​ການ​ເມືອງ.. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ​ເນັ້ນ​ໜັກ​ວ່າ ບັນດາ​ຄວາມ​ເຫັນ​ປະກອບ​ນີ້​ຈະ​ແມ່ນ​ພື້ນຖານ​ສຳຄັນ​ ເພື່ອ​ໃຫ້ຄະນະ​ກຳມະການ​ພັກລັດຖະບານ ​ແລະ ສະມາຊິກ​ແຕ່ລະຄົນ​ຂອງຄະນະ​ກຳມະການ​ພັກລັດຖະບານ​ຕຳ​ນິຕິ​ຊົມ​ຢ່າງ​ເຂັ້ມ​ງວດ​ບົນ​ຈິດ​ໃຈ​ຊາບ​ຊືມມະຕິ​ຄະນະ​ບໍລິ​ຫານ​ງານສູນ​ກາງພັກ​ຄັ້ງ​ທີ 4, ຍົກ​ສູງ​ຈິດ​ໃຈ​ຮັບຜິດຊອບ​ຕໍ່​ພັກ, ຕໍ່​ປະຊາຊົນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ລັດຖະບານ​ຜ່ານ​ໄລຍະ​ຕ່າງໆ, ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້.

 

ຂ່າວ/ບົດ​ອື່ນ