ຄະນະກຳມະການສິດທິມະນູດ ສປຊ ຮຽກຮ້ອງໃຫ້ ຊີຣີ ປະຕິບັດກົດໝາຍສາກົນ

ຄະນະກຳມະການສິດທິມະນູດ ສປຊ ຮຽກຮ້ອງໃຫ້ ຊີຣີ ປະຕິບັດກົດໝາຍສາກົນ - ảnh 1
ຂ້າ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສິດທິ​ມະນຸດ Navi Pillay

(vovworld) - ວັນ​ທີ 28/7, ຂ້າ​ຫຼວງ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສິດທິ​ມະນຸດ Navi Pillay ​ໄດ​້ຊຸກຍູ້​ລັດຖະບານ ຊີຣີ ​ແລະ ບັນດາ​ຝ່າຍ​ປະກອບ​ອາວຸດ​ຝ່າຍ​ຄ້າ​ນຈົ່ງປະຕິບັດ​ບັນດາ​ພາລະ​ໜ້າ​ທີ່​ຂອງ ກົ​ດໝາຍ​ສາກົນ ​ແລະ ປົກ​ປ້ອງ​ສາມັນ​ຊົນ ຢ່າງ​ເຂັ້ມ​ງວດ. ທ່ານ​ນາງ Pillay ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ປະ​ທະ​ກັນ​ພວມ​ປິນຂັ້ນ​ໄດ ທີ່​ນາບ​ຂູ່​​ໂດຍ​ກົງ​ເຖິງ ຊີວິດ​ຂອງ​ປະຊາຊົນ​ປະ​ເທດຕາ​ເວັນ​ອອກ​ກາງ​ນີ້. ສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ຢູ່​ປະ​ເທດ​ນີ້ ຈົ່ງຢຸດຕິ​ທຸກໆ​ການ​ກະທຳ​ໃຊ້​ຄວາມ​ຮຸ້ນ​ແຮງ, ຫຼີກ​ລ້ຽງ​ການ​ກໍ​ຄວາມ​​ເຈັບ​ປວດ ​ແລະ ສູນ​ເສຍ​ໃຫ້​ແກ່​ປະຊາຊົນ​ໃນ​ທັນທີ. ຄຳ​ຮຽກຮ້ອງ​ຂອງ​ທ່ານ​ນາງ Pillay ຍົກ​ອອກ​ມາ ​ໃນ​ສະພາບ​ການ​ສາກົນ​ພວມ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຄັ້ງ​ໃໝ່ ລະຫວ່າງ​ກອງທັບ​ລັດຖະບານ ​ແລ​ະ ຝ່າຍ​ລຸກ​ຮື້​ຂຶ້ນ ​ໃກ້​ຈະ​ເກີດ​ຂຶ້ນ​ຢູ່ ນະຄອນ ອາ​ແລບ​ໂປ. ທ່ານ​ນາງ Pillay ​​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຈະ​ສືບ​ຕໍ່​ຕິດຕາມ​ກວດກາ​ຢ່າງ​ໃກ້​ຊິດ​ບັນດາ​ການ​ຜັນ​ແປ​ຢູ່​ນະຄອນ ອາ​ແລບ​ໂປ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ ຊີຣີ ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ