ຄະນະ​ກຳມະການ​ສາມັກຄີ​ອິນ​ເດຍ-ຫວຽດນາມ ຢ້ຽມຢາມ ຫວຽດນາມ

ຄະນະ​ກຳມະການ​ສາມັກຄີ​ອິນ​ເດຍ-ຫວຽດນາມ ຢ້ຽມຢາມ ຫວຽດນາມ - ảnh 1
(ພາບ:vietnamplus.vn)

( vovworld ) –  ​ວັນ​ທີ 21/5, ທ່ານ Vu Xuan Hong ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ມີການພົບປະໂອ​້ລົມ​ກັບທ່ານ Geetesh Sharman ​ແລະ ບັນດາ​ສະມາຊິກ​ໃນຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສາມັກຄີ​ອິນ​ເດຍ-ຫວຽດນາມ ລັດ Bengal ຕາ​ເວັນ​ຕົກ. ທ່ານ Geetesh Sharman ​ໄດ້​ມອບ​ວັດຖຸ​ພັນ​ຈຳນວນ 1 ໃຫ້ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ , ​ໃນ​ນັ້ນມີ​ຮູບ​ພາບ​ປະທານ​ໂຮ່ຈິ​ມິນ ​ໄປ​ຢ້ຽມຢາມ​ນະຄອນ Kolkata, ລັດ Bengal ຕາ​ເວັນ​ຕົກ​ເມື່ອ​ປີ 1946; ບົດ​ກະວີ​ທີ່ປະທານ​ໂຮ່ຈິ​ມິນ ​ແຕ່ງ​​ເພື່ອມອບ​ໃຫ້​ນາຍົກລັດຖະມົນຕີອິນ​ເດຍ Jawaharlal Nehru; ປື້​ມກະ​ວີ​ຂອງ​ນັກ​ກະວີ​ຫງວຽນ​ຈາ​ຍ ​ແລະ ປະທານ​ໂຮ່ຈິ​ມິນ ຊື່ງ​ໄດ້​ພິມ​ຈຳໜ່າຍ​ຢູ່​ອິນ​ເດຍ...... ທ່ານ  Geetesh Sharman ​ໃຫ້​ຮູ້​ວ່າ:

   “ຫວຽດນາມ ມີ​ຄວາມ​​ໃກ້​ຊິດ ສະໜິດສະໜົມ​ກັບ ອິນ​ເດຍ ທີ່​ສຸດ. ພວກ​ເຮົາຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື​ອ່ນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​, ຈັດການ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະ​ທຳ​ລະຫວ່າງ​ຫວຽດນາມ-ອິນ​ເດຍ ຫຼາຍ​ກ່ວາ​ອີກ. ຍາມ​ໃດ​ອິນ​ເດຍ ​ແລະ ຫວຽດນາມ ກໍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ​ແລະ ກັນ. ໃນ​ການ​ຢ້ຽມຢາມ​ຄັ້ງນີ້“, ພວກ​ຂ້າພະ​ເຈົ້າ​ໄດ້​ນຳ​ເອົາສານ​ແຫ່ງສັນຕິພາບ, ການ​ພັດທະນາ ​ແລະ ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ມາ​ຍັງ​ປະ​ເທດ ຫວຽດນາມ ​.

 

 

 

 

ຂ່າວ/ບົດ​ອື່ນ