ຄະນະກຳມະການແນວ ໂຮມປະເທດຊາດ ແລະ ແຂວງຕ່າງໆມອບຂອງ ຂວັນປີໃໝ່ໃຫ້ແກ່ ປະຊາຊົນ

ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ໂຣງ 2012, ໝາຍ​ເຖິງ​ບຸນ​ເຕັດຫວຽດນາ​ມ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດຫວຽດນາມ​ໄດ້ ​ແລະ​ ພວມ​ຈັດຕັ້ງ​ບັນດາ​ຄະນະ​ລົງ​ຢ້ຽມ ຢາມ ​ແລະ​ ມອບ​ຂອງຂວັນ​ໃຫ້​ແກ່​ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ​ຜູ້​ທຸກ​ຍາກ. ນັບ​ແຕ່​ຊຸມ​ວັນ​ຕົ້ນ​ເດືອນ​ມັງກອນ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດຕັ້ງຄະນະ​ລົງ​ຢ້ຽມຢາມ ​ແລະ​ມອບ​ຂອງຂວັນບຸນ​ເຕັດ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ເກີ​ຕູ​ຢູ່​ເມືອງ​ຮ່ວາ​ວາງ ນະຄອນ​ດ່າ​ນັງ.

   ຢູ່​ແຂວງ​ຮ່າ​ຢາງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ໄດ້​ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ 20.000 ຄົນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ພ້ອມ​ທັງ​ຂົນຂວາຍ​ຜູ້​ມີ​ໃຈ​ບູນ​​ໃຈ​ກຸສົນ​ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ທາງ​ແຂວງ​ໄດ້​ຈັດ​ຕັ້ງບັນດາ​ຄະນະ​ລົງ​ຢ້ຽມຢາມ ​ແລະ​ມອບ​ຂອງ​ຂັວນບຸນ​ເຕັດ​ໃຫ້ບັນດາ​ເປົ້າໝາຍ​ດ້ວຍ​ເງິນ​ຈຳນວນ​ກ່ວາ 7 ຕື້​ດົ່ງ. ທ່ານ​ຟ້າ​ມງອກ​ຢູ໋ງ, ຮອງ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ແຂວງ​ຮ່າ​ຢາງ​ໃຫ້​ຮູ້​ວ່າ:   

   “ທາງ​ແຂວງ​ບໍ່​ປະໃຫ້​ຄອບຄົວ​ໃດ​ຖືກ​ອຶດ​ຫີ​ວ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ທີ 2 ​ແມ່ນ​ພະຍາຍາມ​​ສຸດຂິດ ​ເພື່ອ​ໃຫ້​ທຸກໆ​ຄອບຄົວ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ດ້ວຍ​ຄວາມເບີກບານ​ມ່ວນ​ຊື່ນ. ນອກຈາກ​ງົບປະມານ​ຂອງ​ແຂວງ​ແລ້ວ ​ຍັງ​ມີ​ຫລາຍ​ອົງການ​ຈັດຕັ້ງສັງຄົມ ​ເພື່ອ​ການກຸສົນ​ກໍ​​ໄປ​ຍັງ​ແຂວງ​ຮ່າ​ຢາງ​ມອບ​ຂອງຂວັນ​ໃຫ້​ແກ່​ພໍ່​ແມ່ ປະຊາຊົນ​ຜູ້​ທຸກ​ຍາກອີກ​ດ້ວຍ

   ພ້ອມ​ກັບ​ຂອງຂວັນ​ກ່ວາ 13.000 ພູດ​ຂອງ​ປະທານ​ປະ​ເທດ ທີ່ມອບ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຂອງ​ແຂວງ​ຢາ​ລາຍ​ແລ້ວ, ​ໃນ​ຊຸມ​ມື້​ຜ່ານ​ມາ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ຢູ່​ແຂວງ​ຢາ​ລາຍ​ກໍ​ໄດ້​ຈັດການ​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ຜູ້​ທຸກ​ຍາກ, ຜູ້ຢູ່​ໂດ​ດຽວ, ຜູ້​ມີ​ອາ​ຍຸຍື່ນ 100 ປີ, ​ເດັກ​ກຳ​ພ້າ 1000 ຄົນດ້ວຍ​ເງິນ​ຈຳນວນ​ກ່ວາ 5 ຕື້​ດົ່ງ. ດ້ວຍ​ຄວາມ​ຕັດສິນ​ໃຈ, ຮັບປະກັນ​ໃຫ້​ປະຊາຊົນ​​ໄດ້ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ​ປອດ​ໄພ, ທ່ານ ຮ່າ​ເຊີນ​ຍິນ, ​ເລຂາ​ຄະນະ​ພັກ​ແຂວງ​ຢາ​ລາຍ​ໃຫ້​ຮູ້​ວ່າ:

   “ອົງຄະ​ນະ​ພັກ​ແຂວງ​ໄດ້​ຊີ້​ນຳ​ ຕ້ອງ​ເຮັດ​ແນວ​ໃດ​ ​ເພື່ອຮັບປະກັນໃຫ້​ປະຊາຊົນ​ໄດ້​ຕ້ອນຮັບ​ບຸນ​ເຕັດຢ່າງ​ອົບ​ອຸ່ນ ​ແລະ ພຽງພໍ. ​ໃນ​ໂອກາດ​ບຸນ​ເຕັດ ບໍ່​ປະໃຫ້​ປະຊາຊົນ​ຜູ້​ໃດ​ຖືກ​ອຶດ​ຫີ​ວ, ​ຊ່ວຍໃຫ້​ທຸກ​ຄົນ​ໄດ້​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ. ທີ 2 ​ແມ່ນ​ຕ້ອງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ມີສະຖຽນລະ​ພາບ​ດ້ານ​ການ​ເມືອງ ​ເພື່ອ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸນ​ເຕັດ​ຢ່າງມ່ວນ​ຊື່ນ, ປອດ​ໄພ ​ແລະ ປະຢັດ.

   ຢູ່​ແຂວງ​ຟູ​ອຽນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແຂວງ​ໄດ້​ກະກຽມ​ຂອງຂວັນ 3500 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 300.000 ດົ່ງ ​ເພື່ອມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​​ກະກຽມຕ້ອນຮັບ​ບຸນ​ເຕັດ ປີ​ມະ​ໂຣງ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແຂວງຟູ​ອຽນ​ກໍ​ມອບ​ຂອງ​ວັນ 110 ພູດ​ ໃຫ້​​ແກ່ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີສົ້ມດີ​ໂອ​ຊິນ.

ຂ່າວ/ບົດ​ອື່ນ