ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ອວຍພອນຊາວເຜົ່າຂະແມໃນໂອກາດບຸນ Sen Don Ta

ຄະນະຊີ້ນຳທິດຕາເວັນຕົກພາກໃຕ້ ອວຍພອນຊາວເຜົ່າຂະແມໃນໂອກາດບຸນ Sen Don Ta  - ảnh 1
ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ມອບ​ຂອງ​ຂວັນ​ໃຫ້​​ພະສົງ ​ແລະ ຊາວ​ເຜົ່າ​ຂະ​ແມ
ເນື່ອງ​ໃນ​ໂອກາດ​ບຸນ Sen Don Ta ປີ 2012
(ພາບ: vtvcantho.vn)

(vovworld) - ວັນ​ທີ 9/10, ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ຄະນະ​ພັກ​ແຂວງ​ເຫົ້າຢາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ວົງ​ການ​ພະສົງ ​ແລະ ຊາວ​ເຜົ່າ​ຂະ​ແມ ​ເນື່ອງ​ໃນ​ໂອກາດ​ບຸນ Sen Don Ta ປີ 2012. ນີ້​ແມ່ນ​ງານ​ບຸນ​ຕອບ​ບຸນ​ແທນ​ຄຸນປູ​ຍາຕາ​ຍາຍ​ຂອງ​ຊາວ​ເຜົ່າ​ຂະ​ແມ ​ແລະ ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ບັນດາ​ພະສົງ. ຄະນະ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຢູ່​ສະມາຄົມ​ສາມັກຄີ​ພະສົງ​ຜູ້​ຮັກ​ຊາດ​ແຂວງ ​ເຫົ້າຢາງ ​ແລະ ວັດ​ຂະ​ແມ 2 ​ແຫ່ງ, ມອບ​ຂອງຂວັນ​ໃຫ້​ວັດ, 7 ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ 20 ຄອບຄົວ​ຊົນ​ເຜົ່າ​ຂະ​ແມ​ທີ່​ທຸກ​ຍາກ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ Sen Don Ta ​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ. ທ່ານ Bui Ngoc Suong ຫົວໜ້າຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້ຝາກ​ຄຳ​ອວຍພອນ​ເຖິງ​ບັນດາ​ພະສົງ ​ແລະ ຊາວ​ເຜົ່າ​ຂະ​ແມ​​ທຸກ​ຄົນ ຈົ່ງ​ຕ້ອນຮັບ​ບຸນ Sen Don Ta ​ໃນ​ຄວາມ​ເບີກບານ​ມ່ວນ​ຊື່ນ, ອົບ​ອຸ່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມສຸກ ກໍ່​ຄື​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ບົນ​ຈິດ​ໃຈ​ປະຢັດ. ທ່ານ Bui Ngoc Suong ຫົວໜ້າຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້, ​ເນັ້ນ​ໜັກ​ວ່າ:

        ”​ໃນ​ຕໍ່ໜ້າ​ຕ້ອງ​ມີ​ກົນ​ໄກ​ນະ​ໂຍບາຍ​ສືບ​ຕໍ່​ປະຕິບັດ​ອັນ​ເກົ່າ ​ແຕ່​ຕ້ອງ​ເໝາະ​ສົມ, ສ່ວນ​ອັນ​ໃດ​ບໍ່​ທັນ​ເໝາະ​ສົມ​ຈະ​ສະ​ເໜີ​ຕໍ່​ລັດຖະບານ​ເພື່ອ​ປັບປຸງ​ເພີ່ມ​ເຕີມ. ຜ່ານ​ນັ້ນ​ຈະ​ກະທົບ​ເຖິງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ເວົ້າ​ລວມ, ພິ​ເສດ​ແມ່ນ​ຊາວ​ເຜົ່າ​ຂະ​ແມ ​ເພື່ອ​ໃຫ້​ຊີວິດ​ຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ດີ​ຂຶ້ນ”.

ສ່ວນທ່ານ Su Ly Ve, ຜູ້​ວ່າການ​ປະທານສະມາຄົມ​ສາມັກຄີ​ພະສົງ​ຜູ້​ຮັກ​ຊາດ​ແຂວງ ​ເຫົ້າຢາງ ​ໄດ້​ຕາງໜ້າ​ພະສົງ ​ແລະ ຊາວ​ເຜົ່າ​ຂະ​ແມ ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ຄະນະ​ພັກ​ແຂວງ​ເຫົ້າຢາງ ​ໃນ​ໂອກາດ​ບຸນ Sen Don Ta.

        ຕອນ​ເຊົ້າ​ວັນ​ທີ 10/10, ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ຈັດ​ຕັ້ງ​ງານ​ພົວປະ​ກັບ​ຊາວ​ເຜົ່າ​ຂະ​ແມ, ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ​ພັກ​ກິນ​ເບ້ຍ​ບຳນານ, ພະນັກງານ​ກຳລັງ​ເຮັດ​ວຽກ, ຜູ້​ມີ​ຍົດ​ຖ​າບັນດາສັກ, ນັກຮຽນ, ນັກ​ສຶກສາ, ພະສົງ, ຄອບຄົວ​ນະ​ໂຍບາຍ​ຊົນ​ເຜົ່າ​ຂະ​ແມ​ຢູ່​ບັນດາ​ແຂວງ​ທາງ​ພາກ​ໃຕ້ 700 ຄົນ. ​ແຫຼ່ງທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ຄາດ​ວ່າ​ຈະ​ຂຶ້ນ​ເຖິງ 450ລ້ານ​ດົ່ງ (​ເງິນ​ຫວຽດນາມ).

 

ຂ່າວ/ບົດ​ອື່ນ