​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກັບ​ການ​ນຳ​ບາງ​ທ້ອງ​ຖິ່ນ

(VOVWORLD) - ທ່ານ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງຕຽນຢາງຕ້ອງຊີ້ນຳແຕ່ລະໂຮງງານ, ໂຮງຈັກ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ຕີລາຄາເອງ, ອັບເດັດສະພາບຕິດໂລກລະບາດໂຄວິດ - 19.

 

​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກັບ​ການ​ນຳ​ບາງ​ທ້ອງ​ຖິ່ນ  - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮຽກຮ້ອງຕ້ອງຈັດຕັ້ງການສັກວັກຊິນກັນໂຄວິດ - 19 (ພາບ: VGP)

ວັນທີ 25 ມິຖຸນາ, ຢູ່ກອງປະຊຸມທາງອອນລາຍລະຫວ່າງຄະນະຊີນຳ, ການນຳບາງທ້ອງຖິ່ນຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຮຽກຮ້ອງຕ້ອງຈັດຕັ້ງການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ ຕ້ອງຮັບປະກັນຄວາມປອດໄພ, ຫຼີກລ້ຽງການຈັດຕັ້ງສະຖານທີ່ສັກວັກຊິນກາຍເປັນສະຖານທີ່ເຕົ້າໂຮມຫຼາຍຄົນ.

ທີ່ກອງປະຊຸມທາງອອນລາຍກັບການນຳແຂວງ ຕຽນຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ພາຍຫຼັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ຄົນທຳອິດໃນວັນທີ 5 ມິຖຸນາ, ມາຮອດປັດຈຸບັນ, ແຂວງ ຕຽນຢາງ ມີ 9 ແຫຼ່ງຕິດເຊື້ອພະຍາດໂຄວິດ - 19. ທ່ານ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງຕຽນຢາງຕ້ອງຊີ້ນຳໃຫ້ແຕ່ລະໂຮງງານ, ໂຮງຈັກ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ຕີລາຄາເອງ, ອັບເດັດສະພາບຕິດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ