ຄະນະນັກກິລານັກຮຽນ ຫວຽດນາມ ອອກເດີນທາງເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13

(VOVWORLD) - ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ມີຫົວຂໍ້ “ເຊື່ອມຕໍ່ພ້ອມກັນປະກາຍແຈ້ງ”
ຄະນະນັກກິລານັກຮຽນ ຫວຽດນາມ ອອກເດີນທາງເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 - ảnh 1 (ທ່ານ ຫງວຽນແທັງເດ່, ຮອງຫົວໜ້າຄະນະຈັດງານມະຫາກຳກິລາ)

        ຕອນບ່າຍວັນທີ 30 ພຶດສະພາ, ຢູ່ນະຄອນ ດ່ານັ້ງ, ໄດ້ຈັດພິທີອອກເດີນທາງຂອງຄະນະນັກກິລານັກຮຽນ ຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 (ASEAN Schools Games 13), ທີ່ໄດ້ຈັດຂຶ້ນຢູ່ນະຄອນ ດ່ານັ້ງ, ຫວຽດນາມ, ແຕ່ວັນທີ 01 – 07 ມິຖຸນາ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນແທັງເດ່, ຮອງຫົວໜ້າຄະນະຈັດງານມະຫາກຳກິລາ, ເນັ້ນໜັກວ່າ:

        “ຫວຽດນາມ ເປັນກຽດໄດ້ຈັດງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13, ບໍ່ພຽງແຕ່ມີຄວາມໝາຍຢ່າງໃຫຍ່ຫຼວງຕໍ່ພາລະກິດພັດທະນາການສຶກສາ, ກິລາກາຍຍະກຳເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານການເມືອງ, ວັດທະນະທຳ, ສັງຄົມ, ການທູດ ແລະ ທ່ອງທ່ຽວອີກດ້ວຍ; ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດ ອາຊຽນ. ອາດຢືນຢັນໄດ້ວ່າ, ນີ້ແມ່ນໂອກາດເພື່ອໃຫ້ບັນດານັກກິລາ, ນັກຮຽນໄດ້ພົບປະແລກປ່ຽນ, ຮ່ຳຮຽນ, ຍົກສູງຜົນງານດ້ານວິຊາການຂອງກິລາໂຮງຮຽນ”.

        ງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ມີຫົວຂໍ້ “ເຊື່ອມຕໍ່ພ້ອມກັນປະກາຍແຈ້ງ”, ໄດ້ເຕົ້າໂຮມນັກກິລາເປັນນັກຮຽນ, ຄູຝຶກກວ່າ 1.300 ຄົນທີ່ມາຈາກ 10 ປະເທດໃນພາກພື້ນ ແລະ ຈະແຂ່ງຂັນຢູ່ບັນດາປະເພດກິລາ, ຄື: ລອຍນ້ຳ, ບານບ້ວງ, ດອກປີກໄກ່, ແລ່ນ ແລະ ລານ…

ຕອບກັບ

ຂ່າວ/ບົດ​ອື່ນ