ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງສານປະຊາຊົນ(ສະບັບປັບປຸງ)

ຄະນະປະຈຳສະພາ ແຫ່ງຊາດປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງສານປະຊາຊົນ(ສະບັບປັບປຸງ) - ảnh 1
ທ່ານ ເຈືອງຮ່ວາບິ່ງ - ປະທານສານປະຊາຊົນສຸູງສຸດ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ
(ພາບ: Phạm Thịnh)

(vovworld) - ​ຕອນ​​ເຊົ້າ​ວັນ​ທີ 22/4, ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 27, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ (ສະບັບ​ປັບ​ປຸງ). ສສຊ ​ສ່ວນ​ຫຼາຍ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ສານ​ປະຊາຊົນ​ສູງ​ສຸດ​ໄດ້​ປັບປຸງ ​ແລະ ຮັບ​ເອົາ​ຫຼາຍ​ເນື້ອ​ໃນ​ສຳຄັນ​ທີ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ໄດ້​ປະກອບ​ຄຳ​ເຫັນ​ໃນ​ວາລະ​ປະຊຸມ​ຄັ້ງ​ທີ 26 ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຮ່າງ​ກົດໝາຍ​ຍັງ​ມີ​ບາງ​ເນື້ອ​ໃນ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຄື​: ການຈັດ​ຕັ້ງ ​ແລະ ​ເຄື​່ອນ​ໄຫວຂອງ​ສານ​ປະ​ຊາ​ຊົນ, ອາຍຸ​ການ​ເຮັດ​ວຽກ ​ແລະ ອາຍຸ​ເຮັດ​ວຽກ​ຂອງ​ຜູ້​ພິພາກສາ. ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຂໍ້​ກຳນົດ​ການຈັດ​ຕັ້ງ​ຂອງ​ສານ​ປະຊາຊົນ​ຊັ້ນ​ຕົ້ນ ​ໃນ​ສານ​ປະຊາຊົນ, ສສປ ​ສ່ວນ​ຫຼາຍ ​ໄດ້​ເຫັນ​ດີ​​ເຫັນ​ພ້ອມ ຈຳ​ເປັນ​ຕ້ອງ​ສ້າງ​ຕັ້ງ​ສານ​ປະຊາຊົນຊັ້ນ​ຕົ້ນ​ເຂດ.

        ສຳລັບ​ຂໍ້​ກຳນົດ​ກ່ຽວ​ກັບ​ອາຍຸ​ເຮັດວຽກ​ຂອງ​ຜູ້​ພິພາກສາ, ບັນດາ ສສຊ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ ​ແກ່ຍາວ​ອາຍຸ​ເຮັດ​ວຽກ​ຂອງ​ຜູ້​ພິພາກສາ ສານ​ປະຊາຊົນ ສູງ​ສຸດ, ​ໂດຍລະອຽດ​ແມ່ນ​ສຳລັບ​ຜູ້​ຊາຍ​​ອາຍຸ​ເຮັດ​ວຽກບໍ່​ເກີນ 65 ປີ ​ແລະ ​ແມ່ຍິງ ບໍ່​ເກີນ 60 ປີ. ສຳລັບ​ຜູ້​ພິພາກສາ​ອື່ນໆ​ອີກ, ສະ​ເໜີ​ໃຫ້​ຮັກສາ​ອາຍຸ​ເຮັດ​ວຽກ​ຄື​ພະນັກງານ, ພາລະ​ກອນ​ອື່ນໆ ຕາມ​ຂໍ້​ກຳນົດຂອງກົດໝາຍ​ວ່າ​ດ້ວຍ​ແຮງ​ງານ. ພ້ອມ​ກັນ​ນັ້ນ, ກຳນົດ​ລະ​ອຽດ ຜູ້​ພິພາກ​ສາ​ໄດ້​ແກ່ຍາວ​ອາຍຸ​​ເຮັດ​ວຽກ ​ແຕ່​ບໍ່​​ໄດ້​ດຳລົງຕຳ​ແໜ່​ງ​​ເປັນ​ການ​ນຳອີກ.

 


ຂ່າວ/ບົດ​ອື່ນ