ຄະນະປະຈຳສະພາແຫ່ງ ຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍ 2 ສະບັບ

ຄະນະປະຈຳສະພາແຫ່ງ ຊາດປຶກສາຫາລືກ່ຽວກັບ ຮ່າງກົດໝາຍ 2 ສະບັບ - ảnh 1
ຫົວໜ້າກຳມາທິການຍຸຕິທຳຂອງ ສະພາແຫ່ງຊາດ Nguyen Van Hien  ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ​​ວັນ​ທີ 15/8, ຄະນະ​ປະຈຳສະພາ​ແຫ່ງ​ຊາດ ສືບ​ຕໍ່​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 10, ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ບາງ​ບັນຫາ​ທີ່​ຍັງມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ ສະບັບ​ປັບປຸງ, ​ເພີ່​ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ສ່ວຍ​ສາອາກອນ ​ແລະ ກົດໝາຍວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ. ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ ສະບັບ​ປັບປຸງ, ​ເພີ​່​ມເຕີມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາອາກອນ, ບັນດາ​ສະມາຊິກ​​ໃນ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ໂດຍ​ພື້ນຖານ ກັບ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບເອົາ, ອະພິປາຍ​ໃນ​ບົດ​ລາຍ​ງານ​ຂອງ​ກຳມາ​ທິການ​ການ​ເງິນ - ງົບປະມານ. ກ່ຽວ​ກັບ​ການ​ແກ້​ໄຂ​ທີ່​ມີ​ຕໍ່​ການ​ກະທຳ​ລາຍ​ງານ​ຜິດ ຫຼື ​ເກັບ​ອາກອນ​ຢ່າງ​ຊັກ​ຊ້າ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ຄວາມ​ຈິງ​ແລ​້ວ, ການ​ກຳນົດ​ລະດັບ​ລົງ​ໂທດ​ແມ່ນ 0,05%/ ວັນ ຄື​ປະຈຸ​ບັນ​ແມ່ນ​ຕຳ່​ຫຼາຍ, ພາ​ໄປ​ເຖິງ​ສະພາບ​ການນຳ​ໃຊ້​ເງິນ​ເສຍອາກອນຢ່າງ​ຜິດພາດ, ​ເຮັດ​ໃຫ້​ຂາດ​ລາຍ​ຮັບ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດ. ບັນດາ​ຜູ້​ແທນ​ກໍ​ເປັນ​ເອກະ​ພາບ​ຕໍຂໍ້​ກຳນົດ, ​ເລື່ອ​ງຍົກ​ເວັ້ນ ​ແລະ ຫຼຸດຜ່ອນອາກອນ ທີ່​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ, ຕໍ່​ກຳນົດ​ເວລາ​ເກັບ​ພາສີ​ທີ່​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ລັດຖະບານ, ສ່ວນ​ເລື່ອງ​ຕໍ​ກຳນົດ​ເວລາ​​ເສຍ​ອາກອນທີ່​ມີ​ຕໍ່​ແຕ່​ລະ​ກໍລະນີ​ລະອຽດ​ຄື ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່, ວິ​ສາ​ຫະກິດ.​.​.​ ທີ່​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ນາຍົກລັດຖະມົນຕີ. ກ່ຽວ​ກັບ​ຜົນ​ສັກສິດ​ການ​ປະຕິບັດ​ກົດໝາຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ມີ​ຄຳ​ເຫັນ​ວ່າ:

“ນີ້​ແມ່ນ​ກົດໝາຍ ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ. ​​ເຊິ່ງແຕ່​ນີ້​ຮອດ​ປີ 2014​ ​ແມ່ນ​ບໍ່​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ພວກ​ເຮົາ ​ແມ່ນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ວິ​ສາ​ຫະກິດ​ດຳ​ເນີ​ນທຸລະ​ກິດ​ເປັນ​ປົກກະຕິ ​ແລະ ພັດທະນາ​ການ​ຜະລິດ. ຂ້າພະ​ເຈົ້າ​ຄິດ​ວ່າ, ​ເພື່ອ​ຮອດ​ວັນ​ທີ 1/7/2013  ກໍ​ແມ່ນ​ຈຸດ​ເວລາ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ບັນຫາ​ທີ່​ພວກ​ເຮົາ​ຕ້ອງການປັບປຸງ.”

ຂ່າວ/ບົດ​ອື່ນ