ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025 - ảnh 1ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ຕອນເຊົ້າວັນທີ 12 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022. ເປົ້າໝາຍລວມ ເຊິ່ງຮ່າງແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2021 – 2025 ແມ່ນການປ່ຽນແປງທີ່ເຫັນໄດ້ຢ່າງຈະແຈ້ງໃນຮູບແບບການເຕີບໂຕຕາມທິດ ອີງໃສ່ການເພີ່ມສະມັດຕະພາບ, ຄຸນນະພາບ, ກຳລັງແກ້ງແຍ້ງ. ພ້ອມດຽວກັນນັ້ນ, ກໍ່ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງກຳລັງ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງຮັບມືຂອງພື້ນຖານເສດຖະກິດ; ມຸ່ງໄປເຖິງພື້ນຖານເສດຖະກິດອີງໃສ່ວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ເທື່ອລະກ້າວ. ຈາກນັ້ນ, ຊຸກຍູ້ການຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງສັງຄົມເຂົ້າໃນຂະແໜງການ, ຜະລິດຕະພັນຕ່າງໆທີ່ມີທ່າໄດ້ປຽບໃນການແກ້ງແຍ້ງ ແລະ ມີສະມັດຕະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ