ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ການກະກຽມໃຫ້ກອງປະຊຸມຄັ້ງທີ 3 ຂອງສະພາແຫ່ງຊາດ ແລະ ພິຈາລະນາ, ຕົກລົງກຳນົດຈຳນວນສະມາຊິກຂອງ ຄະນະກຳທະກ່ຮກວດກາອົງການໄອຍະການປະຊາຊົນສູງສຸດ.
ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ກອງປະຊຸມທີ່ໄດ້ດຳເນີນໃນຕອນບ່າຍວັນທີ 18 ເມສາ (ພາບ: TTXVN)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 10, ຕອນເຊົ້າວັນທີ 19 ເມສາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ. ປີ 2022, ສະພາແຫ່ງຊາດ ໄດ້ຕິດຕາມກວດກາສູງສຸດ 2 ຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍວຽກງານການວາງແຜນກຳນົດນັບແຕ່ເວລາ ກົດໝາຍວາງແຜນກຳນົດມີຜົນສັກສິດເພື່ອປະຕິບັດ” ແລະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິບັດການປະຢັດ, ຕ້ານການຟູນເຟຶອຍໄລຍະ 2016 - 2021”. ຄະນະປະຈຳສະພາແຫ່ງຊາດ ໄດ້ຕິດຕາມກວດກາ 2 ຫົວເລື່ອງ “ການປະຕິບັດກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ແກ້ໄຂການຮ້ອງທຸກກ່າວຟ້ອງ ນັບແຕ່ວັນທີ 1 ກໍລະກົດ ປີ 2016 ຫາ ວັນທີ 1 ກໍລະກົດ ປີ 2021” ແລະ “ການປະຕິບັດບັນດາມະຕິ ຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສັບຊ້ອນບັນດາໜ່ວຍງານການປົກຄອງຂັ້ນເມືອງ, ຂັ້ນຕາແສງໃນໄລຍະ 2019 - 2021”.

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ການກະກຽມໃຫ້ກອງປະຊຸມຄັ້ງທີ 3 ຂອງສະພາແຫ່ງຊາດ ແລະ ພິຈາລະນາ, ຕົກລົງກຳນົດຈຳນວນສະມາຊິກຂອງ ຄະນະກຳທະກ່ຮກວດກາອົງການໄອຍະການປະຊາຊົນສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ