ຄະນະປະຈຳສະພາແຫ່ງຊາດກະກຽມເນື້ອໃນແກ່ ກອງປະຊຸມເທື່ອທີ 5 ສະພາແຫ່ງຊາດຊຸດທີ 13

ຄະນະປະຈຳສະພາແຫ່ງຊາດກະກຽມເນື້ອໃນແກ່ ກອງປະຊຸມເທື່ອທີ 5 ສະພາແຫ່ງຊາດຊຸດທີ 13 - ảnh 1
ກອງປະຊຸມຄັ້ງທີ 17 ຄະນະປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ

Vovworld- ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດໃຫ້ຮູ້ວ່າ ກອງປະຊຸມຄັ້ງທີ 18 ຄະນະປະຈຳ​ສະພາ​ແຫ່ງ​ຊາດ ຈະຖືກດຳເນີນໃນລະຫວ່າງວັນທີ 14 ຫາ 16/5 ດ້ວຍບັນດາເນື້ອໃນທີ່ສຳຄັນເພື່ອກະກຽມໃຫ້ແກ່ ກອງປະຊຸມສະໄໝສາມັນເທື່ອທີ 5​ ສະພາ​ແຫ່ງ​ຊາດຫວຽດນາມຊຸດທີ 13. ຄາດວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະ ປະຈຳ​ສະພາ​ແຫ່ງ​ຊາດຈະໃຫ້ຄຳເຫັນໃສ່ບົດລາຍງານເພີ່ມເຕີມຂອງລັດຖະບານ ຊຶ່ງຕີລາຄາ ໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2012, ສະພາບການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນ ຕົ້ນປີ 2013. ພ້ອມກັນນັ້ນ, ໃຫ້ຄຳເຫັນໃສ່ວິທີການຈັດແບ່ງແຫຼ່ງລາຍຮັບ, ການປະຢັດລາຍຈາຍ ງົບປະມານ ແຫ່ງລັດປີ 2012. ຄະນະປະຈຳ​ສະພາ​ແຫ່ງ​ຊາດຍັງ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ​ສະພາບ​ການ​ກະກຽມ​ລົງ​ຄະ​ແນນ​ສຽງ ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫຼື​ໃຫ້​ສັດຕະຍາບັນ​ທີ່ ກອງປະຊຸມສະໄໝ ສາມັນເທື່ອທີ 5​ ສະພາ​ແຫ່ງ​ຊາດຫວຽດນາມຊຸດທີ 13; ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ກ່ຽວ​ກັບ​ການ​ກະກຽມ​ຈັດ​ຕັ້ງ ກອງປະຊຸມ ສະໄໝສາມັນເທື່ອທີ 5​ ສະພາ​ແຫ່ງ​ຊາດຫວຽດນາມຊຸດທີ 13 ​ແລະ ອື່ນໆ. 

ຂ່າວ/ບົດ​ອື່ນ