ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈັດ​ການ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ມະ​ຕິ​ເລກ​ທີ 30 ຂອງ​ລັດ​ຖະ​ບານ

(VOVWORLD) -ກ່າວຄຳເຫັນທີ່ການປະຊຸມ, ທ່ານ ເວືອງດິ່ງເຫ້ວ ໄດ້ຖືວ່າ, ເລື່ອງປະກາດໃຊ້ມະຕິສະບັບນີ້ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຊື່ງໄດ້ແຜ່ລະບາດໄປຍັງຫຼາຍແຂວງ, ນະຄອນສັງກັດສູນກາງ, ເປັນຕົ້ນແມ່ນບັນດາແຂວງທາງພາກໃຕ້.
ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈັດ​ການ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ມະ​ຕິ​ເລກ​ທີ 30 ຂອງ​ລັດ​ຖະ​ບານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການປະຊຸມ (ພາບ:quochoi.vn)

ຕອນບ່າຍວັນທີ 6 ສິງຫາ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດການປະຊຸມດ່ວນເພື່ອປະກອບຄຳເຫັນໃສ່ຮ່າງມະຕິຂອງລັດຖະບານ ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມມະຕິສະບັບເລກທີ 30 ຂອງ ສະພາແຫ່ງຊາດ ທີ່ໄດ້ປະກາດໃຊ້ຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV

ກ່າວຄຳເຫັນທີ່ການປະຊຸມ, ທ່ານ ເວືອງດິ່ງເຫ້ວ ໄດ້ຖືວ່າ, ເລື່ອງປະກາດໃຊ້ມະຕິສະບັບນີ້ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຊື່ງໄດ້ແຜ່ລະບາດໄປຍັງຫຼາຍແຂວງ, ນະຄອນສັງກັດສູນກາງ, ເປັນຕົ້ນແມ່ນບັນດາແຂວງທາງພາກໃຕ້.

ຜ່ານກອງປະຊຸມ,  ມີກຳມະການຄະນະປະຈຳສະພາແຫ່ງຊາດທີ່ມີໜ້າ 17 ທ່ານ ໄດ້ລົງປະຊາມະຕິຮັບຮອງເອົາ 4 ເນື້ອໃນ. ຄະນະປະຈຳສະພາແຫ່ງຊາດ ໄດ້ມອບໝາຍໃຫ້ທ່ານເລຂານຸການ ສະພາແຫ່ງຊາດສົມທົບກັບ ຄະນະກຳມະການກົດໝາຍ ບູລະນະມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ໂດຍດ່ວນ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງມະຕິເລກທີ 30/2021 ເພື່ອຮັບປະກັນລັກສະນະນີຮີບດ່ວນ, ຕອບສະໜອງຕາມຄວາມຮຽກຮ້ອງໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19, ທັງແໜ້ນແຟ້ນ, ທັງຖືກຕ້ອງຕາມຂັ້ນຕອນ, ລະບຽບການ.

ຕອບກັບ

ຂ່າວ/ບົດ​ອື່ນ