ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກົດໝາຍ2ສະບັບ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກົດໝາຍ2ສະບັບ - ảnh 1
ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກົດໝາຍ2ສະບັບ
(ພາບ: TTXVN)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 18/02, ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດໄດ້ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະ​ບັບ​ປັບ​ປຸງ), ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາ​ດ​ຊຸດ​ທີ 13 ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັບ​ຫຼາຍ​ເນື້ອ​ໃນ​ຂອງ​ຮ່າງ​ບົດ​ລາຍ​ງານ, ອ​ະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ ແລະ ປັບ​ປຸງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະ​ບັບ​ປັບ​ປຸງ). ທ່ານ​ປະ​ທານ​ສະ​ພາ​ຊົນ​ເຜົ່າ​​ຂອງສະ​ພາ​ແຫ່ງ​ຊາດ ກ​​ຊ​ ເ​ຟື໋​ອກ ຖື​ວ່າ, ຖ້າ​ຫາກ​ກົດ​ໝາຍ​ວ່າ​ດ້ວຍ​ສື​ມວນ​ຊົນ ບໍ່​ຄຸບ​ຄອງ​ບັນ​ດາ​ຮູບ​ການ​ສື່​ສານ​​ທີ່ມີ​ລັກ​ສະ​ນະ​ສື​ມວນ​ຊົນ​ຄື: ບັນ​ດາ​ແວັບ​ໄຊ​ເອ​ເລກ​ໂຕ​ນິກ ຫຼື ແວັບ​ໄຊ​ສັງ​ຄົມ ແມ່ນບໍ່​ຕອບ​ສະ​ໜອງ​​ໄດ້ຄວາມ​ຕ້ອງ​ການ​​ຂອງ​ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້.

      “​ການ​ສື່​ສານ​ທາງ​ເຄື​ອ​ຂ່າຍ​ອີນ​ເຕີ​ແນັດມີ 3 ປະ​ເພດ, ທີ່ 1 ແມ່ນ​ບັນ​ດາ​ອົງ​ການ​ທີ່​ກຳ​ນົດ​ໃນ​ກົດ​ໝາຍ ໄດ້​ສ້າງ​ຕັ້ງ​ເປັນ​ອົງ​ການ​ສື​ມວນ​ຊົນ. ທີ 2 ແມ່ນ​ເອ​ກະ​ຊົນ ແລະ ບັນ​ດາ​ແວັບ​ໄຊ​ພາຍ​ໃນ​ປະ​ເທດ. ທີ່ 3 ແມ່ນ​ຢູ່​ຕ່າງ​ປະ​ເທດ. ປະ​ຈຸ​ບັນ ຕ້ອງ​ປະ​ຕິ​ບັດ​ບົດ​ບາດ​ໜ້າ​ທີ່​ຄຸ້ມ​ຄອງ​ ລັດ​ສຳ​ລັບ​ບັນ​ດາ​ແວັບ​ໄຊ​​ພາຍ​ໃນ​ປະ​ເທດ”.

      ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ຫານີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ, ລັດ​ຖະ​ທຳ​ມະ​ນູນ 2013 ກຳ​ນົດ​ກ່​ຽວ​ກັບ​ສິດ​ເສ​ລີ​ດ້ານ​ສື​ມວນ​ຊົນ, ສິດ​ເສ​ລີ​ໃນ​ການ​ສຳ​ພັດ​ຂໍ້​ມູນ​ຂ່າວ. ບັນ​ດາ​ສິດ​ເສ​ລີນີ້​ພຽງ​​ແຕ່ຖືກ​​ຈຳ​ກັດ​ດ້ວຍ​ກົດ​ໝາຍ. ສະ​ນັ້ນ, ສະ​ເໜີ​ກົດ​ໝາຍ​ຕ້ອງ​ກຳ​ນົດ​ຮູບ​ການ​ສື່​ສານ​ມີ​ລັກ​ສະ​ນະ​ສື​ມວນ​ຊົນ​ຄື​ແວັບ​ໄຊ​ສັງ​ຄົມ, ແວັບ​ໄຊ​ສັງ​ລວມ. ບົນ​ພື້ນ​ຖານນັ້ນ​ຈະ​ມີ​ບັນ​ດາ​ດຳ​ລັດ​ກຳ​ນົດ​ລະ​ອຽດ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​​ລັດ​ສຳ​ລັບ​ຮູບ​​ຮູບ​ການ​ສື່​ສານນີ້.

      ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ກໍໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​​ຂອງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ເບິ່ງ​ແຍງດູ​ແລ ແລະ ສຶກ​ສາ​ເດັກ​ນ້ອຍ (ສະ​ບັບ​ປັບ​ປຸງ). ຜ່ານ​ການ​ປຶກ​ສາ​ຫາ​ລື, ມີ​ຫຼາ​ຍ​ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ປ່ຽນ​ຊື່​ກົດ​ໝາຍ​ທີ່​ພວ​ມ​ປະ​ກາດ​ໃຊ້​ເປັນ “ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ”.

      ຕາມ​ລາຍ​ການ​ແລ້ວ, ຕອນ​ບ່າຍ​ວັນ​ທີ 18/02, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ວຽກ​ງານ​ອາ​ຍຸ​ການ 2011 – 2016 ຂອງ​ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູ​ງ​ສຸດ ແລະ ໃບ​ສະ​ເໜີ​ຂອງ​ຫົ​ວ​ໜ້າ​​ອົງ​ການ​ໄ​ອຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ