ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ(ສະບັບປັບປຸງ) - ảnh 1
ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕີ້
(ພາບປະກອບ)

(vovworld) - ​ ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ເທື່ອ​ທີ 3, ຕອນ​ເຊົ້າ​ວັນ​ທີ 19/09, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການທ່ອງທ່ຽວ (ສະບັບ​ປັບປຸງ). ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ກົດໝາຍ, ບັນດາ​ຜູ້​ແທນ​ຖື​ວ່າ: ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​​ແກ່ງ​ແຍ້​ງ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການທ່ອງທ່ຽວ​ພັດທະນາ, ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທດ​ຈິງ. ບັນດາ​ຄຳ​ປຶ​ດສາ​ຫາລື​ທີ່​ວາລະ​ປະຊຸມ ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການທ່ອງທ່ຽວ​(ສະບັບ​ປັບປຸງ) ຍ້ອນ​ວ່າ ພັກ ​ແລະ ລັດ ຫວຽດນາມ ​ໄດ້​ມີ​ນະ​ໂຍບາຍ​ສ້າງ​ການທ່ອງທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ.

        ​ແລະ​ໃນ​ຕອນ​ບ່າຍ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາສະໜາ. ບັນ​ດາ​ສະ​ມາ​ຊິ​ກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດສະ​ເຫນີວ່າ: ຮ່າງ​ກົດ​ໝາຍນີ້ ຄວນ​ກຳ​ນົດ​ລະ​ອຽດ​ກວ່າ​ກ່ຽວ​ກັບ​ການ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ເຊື່ອ​ຖາ​ສາ​ສະ​ຫນາ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ຍຸກ, ອຸ​ປະ​ກະ​ລະ​ສັງ​ຄົມ, ການ​ກຸ​ສົນ​ມະ​ນຸດ​ສະ​ທຳ ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ໄປ​ເມື່ອ​ປະ​ຕິ​ບັດ. ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກໍ​ສະ​ເຫນີ​ວ່າ ຮ່າງ​ກົດ​ໝາຍ​ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ອະ​ນຸ​ຍາດ​ໃຫ້​ບັນ​ດາ​ອົງ​ການ​ສາ​ສະ​ຫນາ​ໄດ້​ສ້າງ​ຕັ້ງ​ຮາກ​ຖານ​ການ​ສຶກ​ສາ, ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ດ້ານ​ການ​ສຶກ​ສາ​ຢ່າງ​ສະ​ເຫມີ​ພາບ​ກັບ​ບັນ​ດ​າ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ອື່ນ.

ຂ່າວ/ບົດ​ອື່ນ