ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການວາງແຜນຜັງ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການວາງແຜນຜັງ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 10/1, ເມື່​ອ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ, ຜູ້ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຖ​ື​ວ່າ: ​ການ​​ສ້າງ​ກົດ​ໝາຍ​ວ່າ​ດ້ວຍການວາງ​ແຜນ​ຜັງ​ຕ້ອງ​ແກ້​ໄຂ​ໄດ້​ສະ​ພາບ​ຊ້ອນກ​ັນ, ​ຄວາມຟຸມ​ເຟືອຍ, ​ໃນ​ການແບ່ງ​ເຂດ​ບໍ​ລິ​ຫານຂອງ​ເຂດ, ແຂ​ວງ. ​ທີ່​ວາ​ລະ​ປະ​ຊຸມ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສະ​ເໜີ​ວ່າ: ລະ​ບົບ​ແຜນ​ຜັງ ແລະ​ການ​ພົວ​ພັນ​ລະ​ຫວ່າງ ປະ​ເພດ​​ແຜນ​ຜັງຕ້ອງ​ກຳ​ນົດຫຼັກ​ການ​ທີ່​ວ່າ ຂັ້ນ​ຂະ​ແໜງ​ການ, ຂັ້ນ​ທ້ອ​ງ​ຖິ່ນ ຕ້ອງ​ເຄົາ​ລົບ​ ​ແຜນ​ຜັງ​ສັງ​ລວ​ມ​ແຫ່ງ​ຊາດ. ທ້ອ​ງ​ຖິ່ນ​​ຕ້ອງ​ອີງ​ໃສ່ແຜນ​ຜັງ​ເຂດ ແລະ ທົ່ວ​ປະ​ເທດ. ຫຼີກ​ລ້ຽງ​ການ​ວາງ​ແຜນ​ຜັງ​ທີ່​ມີ​ລ​ັກ​ສະ​ນະ​ທ້ອງ​ຖິ່ນ ພາ​ໄປ​ເຖິງ​ການ​ວາງ​ແຜນ​ຜັງ​ຊ້ອນ​ກັນ, ຟຸມ​ເຟືອຍ. ພ້ອມ​ທັງ​ກວດ​ກາ​ຄືນ​ລະ​ບົບ​ການ​ວາງ​ແຜນ​ຜັງ, ບັນ​ຊີ​ລາຍ​ຊື່​ການ​ວາງ​ແຜນ.

        ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ ສະ​ເໜີໃຫ້​ກະ​ຊວງກໍ່​ສ້າງ​, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ກະ​ຊວງ​ອຸດ​ສາ​ຫະ​ກຳ - ກາ​ນ​ຄ້າ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຄວນ​ພິ​ຈ​າ​ລະ​ນະ​ຄ​ືນ​ຢ່າງ​ລະ​ອຽດ​ເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ການ​ວາງ​ແຜນ​ຜັງ​ສັງ​ລວມ​ແຫ່ງ​ຊາດ, ແຜນ​​ນຳ​ໃຊ້​ທີ່​ດິນ, ​ແຜນ​ການ​ນຳ​ໃຊ້​ທະ​ເລ​ແຫ່ງ​ຊາດ…

        ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດກໍ່​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້ຊັບ​ສົມ​ບັດ​ຂອງ​ລັດ (ສະ​ບັບ​ປັບ​ປຸງ). ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ການ​ປ່ຽນ​ຊື່​ມາ​ເປັນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຊັບ​ສົ​ມ​ບັດ​ສາ​ທາ​ລະ​ນະ (ສະ​ບັບ​ປັບ​ປຸງ).


ຂ່າວ/ບົດ​ອື່ນ