ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ(ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) – ​​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 30, ຕອນ​ເຊົ້າ​ວັນ​ທີ 13/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ  ​ໄດ້​ປະກອບ​ຄຳ​ເຫັນກ່ຽວ​ກັບ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ກ່ຽວ​ກັບ​ຮ່າງກົດໝາຍ​ວ່າ​ດ້ວຍ​ການປະກັນ​ສັງຄົມ (ສະບັບ​ປັບປຸງ). ​ໜຶ່ງ​ໃນ​ບັນດາ​ບັນຫາ​​ໄດ້​ຮັບ​ຄວາມ​ເສົນ​ໃຈ​ທີ່​ສຸດ​ແມ່ນ​ການ​ເປີດ​ກ້ວາງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນສັງຄົມ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມເປີດ​ກ້ວາງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ ບັງຄັບ​ແມ່ນ​ຄົນ​ງານ​ມີ​ວຽກ​ງານ​​ໃດ​ໜຶ່ງ, ​ກຳນົດ​​ເວລາ​ແຕ່ 1 ຫາ ຕຳ່​ກ່ວາ 3 ​ເດືອນ. ຜູ້​ປະຈຳ​ການ​ກຳມາ​ທິການກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ​ເລື່ອງ​ນຳ​ກຸ່ມ​ຄົນ​ງານ​ດັ່ງກ່າວ​ເຂົ້າ​ຮ່ວມ​ການ​ປະກັນ​ສັງຄົມ​ບັງຄັບ​ແມ່ນຈຳ​ເປັນ, ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ຄົນ​ງານ​ເມື່ອ​ບໍ່​ສາມາດ​ອອກ​ແຮງ​ງານ​ຕື່ມ​ອີກ. ກ່ຽວ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ​ໂດຍ​ສະໝັກ​ໃຈ, ຜູ້​ປະຈຳການ​ກຳມາ​ທິການ​​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ກຳນົດ​ຂອງ​ລັດ​ໜູນ​ຊ່ວຍ​ຢູ່​​ໃນ​ລະດັບ​ຕຳ່​ສຸດ​​ໃຫ້​ຄົນ​ງານ​ເຂົ້າ​ຮ່ວມ​ທັງ​ໝົດ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ຊາວ​ກະສິກອນ ​ແລະ ຄົນ​ງານ​ອອກ​ແຮງ​ງານ​ແບບ​ບໍ່​ຖາວອນເຂົ້າ​ຮ່ວມ​ການ​​ປະກັນສັງຄົມ​​ໂດຍ​ສະໝັກ​ໃຈ.

        ​ແລະ​ກໍ່​ໃນ​ວາລະ​ປະຊຸມ, ບັນດາ​ ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ກ່ຽວ​ກັບ​ລະບອບ​ເບ້ຍ​ບຳນານ ​ແລະ ດຸ່ນ​ດຽງ​ກອງ​ທຶນ​ປະກັນ. ກ່ຽວ​ກັບ​ສິດ​ອຳນາດ​ກວດກາ​ການ​ເກັບ​ຄ່າປະກັນສັງຄົມ, ການປະກັນ​​ໄພ​ເມື່ອ​ຖືກ​ອຸບັດ​ຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ ​ແລະ ພະຍາດ​ອາຊີບ…

 


ຂ່າວ/ບົດ​ອື່ນ